ຈັບຜູ້ຄ້າຂາຍຢາເສບຕິດຢູ່ເມືອງປາກຊ່ອງ ພ້ອມຢຶດຂອງກາງ ຢາບ້າ 24.000 ເມັດ
January 11, 2024 - 2:00 PM

ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 4 ມັງກອນ 2024ນີ້ ພົນລະເມືອງດີລາຍງານວ່າ ມີການເຄື່ອນໄຫວຄ້າ-ຂາຍຢາເສບຕິດ (ປະເພດຢາບ້າ) ຢູ່ເຂດບ້ານໄຊສະຫ່ວາງ ເມືອງປາກຊ່ອງ ແຂວງຈຳປາສັກ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ລົງຕິດຕາມກວດກວດ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວຄໍາ ວົງມາລາ ຫລື ດໍາ ອາຍຸ 24 ປີ ເຮັດສວນ ຢູ່ບ້ານທົ່ງກາຫລົງ ເມືອງປາກຊ່ອງ ແຂວງຈຳປາສັກ, ພ້ອມຂອງກາງຢາບ້າ 24.000 ເມັດ, ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ ຍີ່ຫໍ້ຮອນດາ ສີດໍາ ທະບຽນ: ຈລ 9564 ຈຳປາສັກ, ເງິນກີບ ແລະ ເງິນໂດລາຈໍານວນໜຶ່ງ.
ປັດຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຊອກຫາຜູ້ເຂົ້າຮ່ວມຂະບວນການຄ້າຂາຍຢາເສບຕິດມາດຳເນີນຄະດີຕາມລະບຽບກົດໝາຍ.