ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ

ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ - 5520 - ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ
ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ - kitchen vibe - ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ

ວັນທີ 8 ມັງກອນ 2024, ຄະນະຄຸ້ມຄອງນໍາໃຊ້ງົບປະມານ ແຂວງຄຳມ່ວນ (ຄະນະ 140/ຈຂ) ໄດ້ອອກຂໍ້ກໍານົດວ່າດ້ວຍເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ມອບໃຫ້ແຂວງຈັດຕັ້ງປະຕິບັດ ແລະ ທາງຫລວງຂອງແຂວງ ດ້ວຍງົບປະມານຂອງແຂວງຄື:

1. ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດທີ່ກະຊວງໂຍທາທິການ ແລະ ຂົນສົ່ງມອບໃຫ້ແຂວງຈັດຕັ້ງ ປະຕິບັດ ແລະ ທາງຫລວງຂອງແຂວງ, ຕາມມາດຕະຖານເຕັກນິກການອອກແບບ 11 ໂຕນ/ເພົາ ແມ່ນໃຫ້ນໍາໃຊ້ລາຄາ ຫົວໜ່ວຍປີ 2022 ທີ່ສະພາປະຊາຊົນແຂວງຮັບຮອງ.2. ເປັນໂຄງການລົງທຶນຂອງລັດດ້ວຍງົບປະມານເງິນສົດແລະຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນ 1 ປີ.3. ການຈັດຕັ້ງການປະມູນແມ່ນເປີດກ້ວາງໃຫ້ຫລາຍບໍລິສັດເຂົ້າຮ່ວມ, ສໍາລັບບໍລິສັດທີ່ຈະເຂົ້າຮ່ວມປະມູນຕ້ອງແມ່ນ ບໍລິສັດທີ່ເຄີຍຈັດຕັ້ງປະຕິບັດໂຄງການທີ່ນໍາໃຊ້ທຶນໃນລະດັບດຽວກັນ, ມີຜົນງານຜ່ານການຈັດຕັ້ງປະຕິບັດມາຫລາຍ ໂຄງການ ແລະ ບໍ່ມີວຽກຄ້າງ, ຖ້າຍັງມີໂຄງການທີ່ຍັງສືບຕໍ່ ຕ້ອງໄດ້ຈັດຕັ້ງປະຕິບັດສໍາເລັດ 90% ຂຶ້ນໄປ ແລະ ວຽກຕ້ອງເປັນວຽກທີ່ຄ້າຍຄືກັນກັບວຽກທີ່ຈະປະມູນໃນປັດຈຸບັນ.…
4. ຜູ້ປະມູນຕ້ອງມີທຶນໝູນວຽນຕໍ່າສຸດ 20% ຂອງມູນຄ່າຍື່ນຊອງປະມູນຕໍ່ 1 ໂຄງການ ໂດຍໄດ້ຮັບການຢັ້ງຢືນຖານະທາງດ້ານການເງິນຈາກທະນາຄານ (ໃບຢັ້ງຢືນຖານະການເງິນຈາກທະນາຄານ) ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ເງື່ອນໄຂເອກະສານປະມູນ.
5. ຜູ້ຍື່ນຊອງປະມູນຕ້ອງມີເງິນຄໍ້າປະກັນການປະມູນ 2% (ໃບຢັ້ງຢືນຈາກທະນາຄານ).
6. ບໍລິສັດທີ່ຈະເຂົ້າຮ່ວມປະມູນຕ້ອງມີວິຊາການພຽງພໍ ແລະ ມີລະດັບວິຊາສະເພາະທີ່ກ່ຽວຂ້ອງກັບການກໍ່ສ້າງຂົວ, ທາງ (ລາຍລະອຽດຈະມີເອກະສານແນະນໍາການຈັດຕັ້ງປະຕິບັດໂຄງການຂອງພະແນກໂຍທາທິການ ແລະ ຂົນສົ່ງ).
7. ພາຫະນະກົນຈັກທີ່ນໍາໃຊ້ເຂົ້າໃນການກໍ່ສ້າງ 1 ໂຄງການ ແມ່ນບໍ່ໃຫ້ໜ້ອຍກວ່າ 3 ຊຸດ (ໂດຍບໍ່ໃຫ້ໃຊ້ຮ່ວມກັບໂຄງການອື່ນທີ່ກໍາລັງກໍ່ສ້າງ).
8. ການກວດກາຜົນສໍາເລັດແມ່ນປະຕິບັດຕາມກົດໝາຍການວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງ) ສະບັບ ເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ແລະ ຜົນສໍາເລັດຕ້ອງໃຫ້ສໍາເລັດຮອດໂຄງສ້າງປູຢາງຊັ້ນທີ່ສອງ (ຊັ້ນ ສຸດທ້າຍ) ຈຶ່ງສາມາດກວດກາໄດ້.

ດັ່ງນັ້ນ, ຈຶ່ງສ້າງຂໍ້ກໍານົດນີ້ໄວ້ ເພື່ອນໍາໃຊ້ເຂົ້າໃນການຈັດຊື້-ຈັດຈ້າງໂຄງການລົງທຶນຂອງລັດທີ່ນໍາໃຊ້ງົບປະມານໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ - 5 - ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ
ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ - 3 - ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ
ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ - 4 - ຄຳມ່ວນ ກໍານົດເງື່ອນໄຂຕໍ່ບໍລິສັດທີ່ຈະເຂົ້າຮ່ວມປະມູນຈັດຊື້-ຈັດຈ້າງໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດ