ລົງນາມຮ່ວມມື ໂຄງການລຶບລ້າງພະຍາດແກ່ນຕາຂຸ້ນ ຢູ່ ສປປ ລາວ
January 12, 2024 - 2:04 PM

ວັນທີ 12 ມັງກອນ 2024, ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມູນນິທິ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຮົງກົງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສືບຕໍ່ຊ່ວຍເຫລືອໂຄງການລຶບລ້າງພະຍາດແກ່ນຕາຂຸ້ນ ຢູ່ ສປປ ລາວ, ລະຫວ່າງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຫລຽງ ເຈີນ ຢິ່ງ ຮອງປະທານສະພາທີ່ປຶກສາການເມືອງແຫ່ງ ສປ ຈີນ, ປະທານ GX FOUNDATION ຮົງກົງ.
ໂຄງການຊ່ວຍເຫລືອດັ່ງກ່າວນີ້ ເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ, ປະຊາຊົນລາວ ຜູ້ເປັນພະຍາດແກ່ນຕາຂຸ້ນທີ່ໄດ້ຮັບການຜ່າຕັດດີແລ້ວຈະມີຊີວິດທີ່ດີຂຶ້ນ, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການລົບລ້າງພະຍາດແກ່ນຕາຂຸ້ນກໍຄືວຽກງານສາທາລະນະສຸກຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວອີກຂັ້ນໜຶ່ງ.