ພາກເໜືອຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມ ເປັນບໍລິເວນກວ້າງ ແລະ ອາກາດໜາວເຢັນ ສ່ວນພາກອື່ນມີແຕ່ລົມ
ກົມອຸຕຸນິຍົມ ແລະ ອຸທົກກະສາດພະຍາກອນອາກາດປະຈໍາວັນທີ 13 ມັງກອນ 2024ວ່າ: ເວລາ 6 ໂມງ 00 ຄວາມກົດດັນສູງຂອງອາກາດເຢັນຈະມີກໍາລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກຍັງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກ ຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ.
ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ, ອາກາດຍັງຈະ ເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 13 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຈະສືບຕໍ່ເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ ກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 12 – 32 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ບາງບໍລິເວນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 21 – 32 ອົງສາ.
ພາກກາງ: ອາກາດຍັງຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 17 – 33 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 16 – 27 ອົງສາ.
ພາກໃຕ້: ອາກາດຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 17 – 35 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 12 – 27ອົງສາ.