ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ

ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ - 418509668 808709154616726 4311661375214051113 n - ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ
ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ - kitchen vibe - ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ຄະນະຊີ້ນໍາ ປີທ່ອງທ່ຽວລາວ 2024 ຂອງແຂວງ ໄດ້ໃຫ້ສຳພາດໃນວັນທີ 11 ມັງກອນ 2024 ນີ້ຮູ້ວ່າ: ຕະຫລອດໄລຍະຜ່ານມາການນໍາແຂວງຫລວງພະບາງ ເຫັນໄດ້ຄວາມສໍາຄັນຕໍ່ວຽກງານການທ່ອງທ່ຽວ ເຊິ່ງໄດ້ກໍານົດແຜນຍຸດທະສາດຂອງແຂວງ ໂດຍຖືເອົາວຽກງານການທ່ອງທ່ຽວ ເປັນບູລິມະສິດອັນດັບໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນການສ້າງຫລວງພະບາງ ເປັນສູນກາງການທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທາງພາກເໜືອ ຂອງ ສປປ ລາວ, ເປັນໃຈກາງດ້ານການສຶກສາ ແລະ ສາທາລະນະສຸກ, ເປັນຈຸດພັກເຊົາ ແລະ ທາງຜ່ານ ທີ່ມີການບໍລິການແບບຄົບວົງຈອນ ໄປສູ່ບັນດາແຂວງພາກເໜືອຂອງລາວ ແລະ ອະນຸພາກພື້ນ. ທັງນີ້, ກໍເພື່ອເປັນການສົ່ງເສີມ, ໂຄສະນາ ແລະດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວຫຼວງພະບາງຫລາຍຂຶ້ນ.
ທ່ານ ບຸນເລື່ອມ ມະນີວົງ ຍັງໃຫ້ຮູ້ອີກວ່າ: ໃນໂອກາດປີທ່ອງທ່ຽວລາວ 2024 ນີ້, ແຂວງຫລວງພະບາງໄດ້ກະກຽມຫລາຍກິດຈະກຳ ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວ, ລວມທັງງານສະ ເຫລີມສະຫລອງ ຫລວງພະບາງເຂົ້າເປັນມໍລະດົກໂລກ ຄົບຮອບ 28 ປີ, ຜູ້ເຂົ້າຮ່ວມຈະໄດ້ສໍາພັດກັບຫລາຍກິດຈະກຳ ເປັນຕົ້ນ ງານວັດທະນະທຳ, ການສະແດງສິລະປະວັນນະຄະດີ, ງານພົບປະບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ທ່ຽວຊົມຮ້ານວາງສະແດງ ຜະລິດຕະພັນການທ່ອງທ່ຽວ. ພ້ອມທັງມີງານສຳມະນາໃນຫລາຍຫົວຂໍ້ກ່ຽວກັບ ການອະນຸຮັກມໍລະດົກໂລກ ຕິດພັນກັບການທ່ອງທ່ຽວຕື່ມອີກ. ມາຮອດປັດຈຸບັນ, ຄະນະຮັບຜິດຊອບຊີ້ນໍາລະດັບແຂວງ ແລະ ອະນຸກໍາມະການ ຂັ້ນພະແນກ ໃນນາມເປັນກອງເລຂາ, ເປັນໃຈກາງໃນການກະກຽມຄວາມພ້ອມ ທາງດ້ານເນື້ອໃນ, ພິທີການ, ສະ ຖານທີ່, ຮູບແບບຂອງການຈັດງານ ແລະ ເປົ້າໝາຍແຂກເຂົ້າຮ່ວມແມ່ນມີຄວາມພ້ອມແລ້ວ 100%.
ໂອກາດນີ້, ຮອງເຈົ້າແຂວງຫລວງພະບາງ ຍັງໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງ ປະເທດ, ຜູ້ປະກອບການ ທຸລະກິດການທ່ອງທ່ຽວ, ອົງການປົກຄອງບ້ານ ຕະຫລອດຮອດ ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເຂົ້າຮ່ວມທ່ຽວຊົມບັນດາກິດຈະກໍາ ທີ່ຈະໄດ້ຈັດຂຶ້ນຢ່າງເປັນທາງການ. ພ້ອມທັງຮຽກຮ້ອງເຖິງ ຜູ້ປະກອບການທຸລະກິດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ບັນດາສື່ມວນຊົນທຸກພາກສ່ວນ ຊ່ວຍໂຄສະນາຜ່ານພາຫະນະສື່ມວນຊົນປະເພດຕ່າງໆ ເພື່ອໃຫ້ສັງຄົມຮັບຮູ້ ຢ່າງກວ້າງຂວາງ, ທັງເປັນການໂຄສະນາເຜີຍແຜ່ ປີທ່ອງທ່ຽວລາວ 2024 ໄດ້ຢ່າງທົ່ວເຖິງ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້, ທັງຮ່ວມມືກັນປະກອບສ່ວນເຂົ້າໃນການເປັນເຈົ້າພາບທີ່ດີ ໃນການຕ້ອນຮັບນັກທ່ອງທ່ຽວໃຫ້ມີຄວາມປະທັບໃຈ.
ຫລວງພະບາງ ເມືອງມໍລະດົກໂລກເມືອງ ເກົ່າ ແກ່ ທີ່ ຫລາຍ ຄົນ ຢາກ ມາ ສຳ ພັດ ⋆ ... ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ - 164059495 3886529074773657 4567891561865188622 n 10 - ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ
ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ - 4 - ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ
ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ - 3 - ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ
ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ - 5 - ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ