ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດສູງກວ່າເກົ່າ

ໂອກາດເຂົ້າຮ່ວມເປັນປະທານພິທີປະກາດເລື່ອນຊັ້ນນາຍທະຫານ ເເລະ ນາຍຕຳຫລວດ ວັນທີ 12 ມັງກອນ 2024 ທີ່ຫ້ອງວ່າການກະຊວງປ້ອງກັນປະເທດ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫລາຍບັນຫາສຳຄັນ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນ ໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນວິທີເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.
ສຳລັບນາຍທະຫານທີ່ໄດ້ຮັບການປະກາດເລື່ອນຊັ້ນໃໝ່ ຄື: ນາຍທະຫານ ຊັ້ນພັນເອກ ຂຶ້ນເປັນ ຊັ້ນພົນຈັດຕະວາ 7 ນາຍ ແລະ ເລື່ອນຊັ້ນນາຍທະຫານ ຊັ້ນພັນໂທ ຂຶ້ນເປັນຊັ້ນພັນເອກ ຈຳນວນ 49 ສະຫາຍໃນທົ່ວກໍາລັງຫລວງ-ກໍາລັງທ້ອງຖິ່ນ.