ເສດຖະກິດຫວຽດນາມເຕີບໃຫຍ່ ໂດຍໄດ້ແຮງໜຸນຈາກການສົ່ງອອກ
ເຈົ້າໜ້າທີ່ຫວຽດນາມອ້າງຂໍ້ມູນທາງການໃນວັນທີ 29 ກັນຍາແລ້ວນີ້ວ່າ: ເສດຖະກິດຫວຽດນາມໃນໄຕມາດ 3 ຂະຫຍາຍຕົວຫລາຍກວ່າ 7%, ແຕ່ເຕືອນວ່າຈະຕໍ່າກວ່າເປົ້າໝາຍປະຈຳປີທີ່ວາງໄວ້.
ຫວຽດນາມເປັນໜຶ່ງໃນປະເທດທີ່ມີຜົນປະກອບການທາງເສດຖະກິດດີທີ່ສຸດໃນພາກພື້ນໄລຍະສອງສາມປີຜ່ານມາ ໂດຍໄດ້ແຮງໜຸນສ່ວນໃຫຍ່ມາຈາກການສົ່ງອອກສິນຄ້າທີ່ມີຕົ້ນທຶນຕໍ່າເຊັ່ນ: ໂທລະສັບມືຖື ແລະ ເກີບ. ຂະນະທີ່ຖານ ຄົນຊັ້ນກາງຂະຫຍາຍຕົວຂຶ້ນໃນຫວຽດນາມທີ່ມີປະຊາກອນ 93 ລ້ານຄົນ ເຊິ່ງຊ່ວຍກະຕຸ້ນການໃຊ້ຈ່າຍພາຍໃນປະ ເທດໃນຂະແໜງການຜະລິດຕ່າງໆ. ເຖິງຢ່າງໃດກໍຕາມ ການຂະຫຍາຍຕົວຫລຸດລົງໃນປີຜ່ານມາມາຢູ່ 6,2% ເນື່ອງ ຈາກເສດຖະກິດຫາກໍຟື້ນຕົວໄດ້ຈາກໄພແຫ້ງແລ້ງຄັ້ງໃຫຍ່ ແລະ ເຫດປາຕາຍຈຳນວນຫລາຍທາງພາກກາງຂອງປະ ເທດ. ສຳນັກງານສະຖິຕິກາງຫວຽດນາມລາຍງານວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ເຕີບໃຫຍ່ 7,46% ໃນໄຕມາດ 2 ຂອງປີ 2017 ທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ ຖືວ່າເປັນຕົວເລກການຂະຫຍາຍຕົວທີ່ແຂງ ແຮງທີ່ສຸດຂອງໄຕມາດ 3 ນັບແຕ່ປີ 2010.