ສປຊ ຄາດວ່າຍອດຜູ້ເສຍຊີວິດຈາກເຮືອ ຜູ້ອົບພະຍົບຊາວໂຣຮິງຢາລົ້ມເກີນ 60 ຄົນ
October 2, 2017 - 9:37 AM
ໜ່ວຍງານໃນສະຫະປະຊາຊາດຖະແຫລງໃນວັນທີ 29 ກັນຍາຜ່ານມາວ່າ: ຈຳນວນຜູ້ເສຍຊີວິດຈາກເຫດເຮືອ ຜູ້ອົບພະຍົບຊາວໂຣຮິງຢາຂວ້ຳທາງຝັ່ງບັງກະລາເທດ ອາດມີຈຳນວນຫລາຍກວ່າ 60 ຄົນ.
ທ່ານ ໂຈລ ມິລແມນ ໂຄສົກອົງການສາກົນເພື່ອການຍົກຍ້າຍຖິ່ນຖານໃນສັງກັດສະຫະປະຊາຊາດ ກ່າວວ່າ: ມາຮອດປັດຈຸບັນມີລາຍງານຢືນຢັນພົບຜູ້ເສຍຊີວິດ 23 ຄົນ, ສູນຫາຍ ແລະ ຄາດວ່າຈົມນ້ຳ 40 ຄົນ ເຮັດໃຫ້ຄິດວ່າ ຈຳນວນຜູ້ເສຍຊີວິດຈາກເຮືອຂວ້ຳໃນວັນທີ 28 ກັນຍາອາດເກີນກວ່າ 60 ຄົນ. ຜູ້ລອດຊີວິດຈາກເຫດການຄັ້ງນີ້ເລົ່າ ໃຫ້ເຈົ້າໜ້າທີ່ IOM ຟັງວ່າ: ເຮືອບັນທຸກຜູ້ໂດຍສານປະມານ 80 ຄົນ ເຊິ່ງລວມທັງເດັກນ້ອຍ 50 ຄົນ ທີ່ຄາດວ່າອົບພະ ຍົບໜີຄວາມຮຸນແຮງມາຈາກລັດຍະໄຂ່ຂອງມຽນມາ. ເຈົ້າໜ້າທີ່ ສປຊ ກ່າວວ່າ: ນ່ານນ້ຳໃນອ່າວເບງກອລໄດ້ຊື່ວ່າ ເປັນເຂດອັນຕະລາຍມາຫລາຍປີແລ້ວ.