ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5 - 418534701 879342354201582 5975405072813018053 n - ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5
ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5 - kitchen vibe - ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5

ວັນທີ 15 ມັງກອນ 2024 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 75 ປີ,

ໂອກາດນີ້, ທ່ານ ປະທານປະເທດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 5 ຈົ່ງພ້ອມກັນເຮັດວຽກງານປ້ອງກັນຊາດ-ກັນຄວາມສະຫງົບ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ເຊີດຊູສະຕິລະວັງຕົວສູງ,ບໍ່ວ່າຈະຢູ່ໃນໄລຍະໃດ ກໍຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ, ຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບ ໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສົມທົບຢ່າງກົມກຽວ ລະຫວ່າງບົດບາດ-ຄວາມສາມາດນຳພາຂອງໝູ່ຄະນະ ກັບ ບົດບາດ-ຄວາມສາມາດນໍາພາຂອງບຸກຄົນໃນຄະນະ, ແບບແຜນນຳພາຕ້ອງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍ ໃນວຽກງານຕົວຈິງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ, ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ທັງຍົກສູງສະຕິຕໍ່ການຈັດຕັ້ງປະຕິບັດລະບຽບວິໄນໃຫ້ເຂັ້ມງວດ.

ພ້ອມກັນນີ້, ກໍຕ້ອງຕັ້ງໜ້າປະກອບສ່ວນຊ່ວຍເຫຼືອກໍາລັງທ້ອງຖິ່ນ ຢູ່ຂັ້ນຮາກຖານໃນການ ປັບປຸງລະບົບການຈັດຕັ້ງ, ອົບຮົມ-ຫັດແອບ ວຽກງານສຶກສາປ້ອງກັນຊາດໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າສາມາດເຮັດລ້ອນໜ້າທີ່ ໃນການປົກປັກຮັກສາທ້ອງຖິ່ນຂອງຕົນ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂ ຄວາມຫຍຸ້ງຍາກຝືດເຄື່ອງດ້ານຊີວິດການເປັນຢູ່ ໂດຍສຸມໃສ່ການປູກຝັງ-ລ້ຽງສັດໃຫ້ເປັນຂະບວນກວ້າງຂວາງ, ຂະຫຍາຍດ້ານການບໍລິການທີ່ຕິດພັນກັບຂົງເຂດວຽກງານປ້ອງກັນຊາດ ໃຫ້ຄ່ອຍເພີ່ມຂຶ້ນຕາມເງື່ອນໄຂ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການກໍ່ສ້າງກິດຈະການດ້ານເສດຖະກິດ-ສັງຄົມຕ່າງໆຢູ່ທ້ອງຖິ່ນ,ອອກແຮງຊ່ວຍເຫຼືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານ ວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ນັບດີຂຶ້ນ, ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ) ແລະ ຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ, ເພື່ອຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບ ກໍຄື ກົມກອງ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5 - 5 - ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5
ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5 - 4 - ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5
ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5 - 3 - ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພົນທີ 5