ມອບໃບຕາດິນລັດ 51 ຕອນ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອນຳໃຊ້ໃນການກໍ່ສ້າງສະຖານີລົດໄຟ
January 15, 2024 - 3:02 PM

ວັນທີ 3 ມັງກອນ 2024 ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ມອບໃບຕາດິນລັດ 51 ຕອນ ສຳລັບ ເຂດກໍ່ສ້າງສະຖານີລົດໄຟລາວ-ຈີນ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ,ເພື່ອນຳໃຊ້ໃນການກໍ່ສ້າງສະຖານີລົດໄຟຂອງທາງລົດໄຟລາວ-ຈີນ
ການກໍ່ສ້າງສະຖານີລົດໄຟ ຂອງທາງລົດໄຟລາວ-ຈີນ ມີທັງໝົດ 12 ສະຖານີ (ລວມທັງສະຖານີສ້ອມແປງ): ແຂວງ ຫລວງນ້ໍາທາ 2 ສະຖານີ, ແຂວງອຸດົມໄຊ 3 ສະຖານີ, ແຂວງ ຫລວງພະບາງ 1 ສະຖານີ, ແຂວງວຽງຈັນ 3 ສະຖານີ, ນະຄອນຫລວງວຽງຈັນ ມີ 3 ສະຖານີ ແລະ ໄດ້ສໍາເລັດການອອກໃບຕາດິນລັດ ຈໍານວນ 51 ຕອນ ມີເນື້ອທີ່ທັງໝົດ 850 ເຮັກຕາ ແລະ 3.871 ຕາແມັດ ມອບໃຫ້ແກ່ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍ ກໍ່ສ້າງສະຖານີລົດໄຟ