ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ

ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - 752 - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - kitchen vibe - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ

ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ອັດຕະປື ຊຸດທີ II ທີ່ ໄຂຂຶ້ນວັນທີ 16-18 ມັງກອນ 2024 ວ່າ: ນັບແຕ່ປີ 2024 ເປັນຕົ້ນໄປ ທົ່ວແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄໍາຕົກຂ້ອນ ຕາມການຕົກລົງຂອງຄະນະປະຈຳພັກແຂວງ ຄາດວ່າອາທິດນີ້ຈະລົງລາຍເຊັນ ແລ້ວຈັດຕັ້ງປະຕິບັດ.

ການຕັດສິນໃຈ ແລະ ການຕົກລົງຂອງຄະນະປະຈຳພັກແຂວງໃນຄັ້ງນີ້ ແມ່ນໄດ້ສ້າງຄວາມປະທັບໃຈ ແລະ ໃຫ້ການສະໜັບສະໜູນຈາກບັນດາສະມາຊິກສະພາປະຊາຊົນແຂວງເປັນຈຳນວນຫລາຍໂດຍຢຶດໝັ້ນກຳນົດເອົາຫລັກການນຳພາຂອງພັກ ແລະ ລະບຽບກົດໝາຍຂອງລັດເປັນທີ່ຕັ້ງ, ການລົງທຶນຕ້ອງຮັບປະກັນໄດ້ຕໍ່ໜ້າກົດໜາຍ ແລະ ລະບຽງການຂອງລັດວາງອອກຢ່າງເຄັ່ງຄັດ ເພາະວ່າ: ການຢຸດຕິການຂຸດຄົ້ນຄຳຕົກຂ້ອນທີ່ຕັ້ງຈຸດຂຸດຄົ້ນຕາມແຄມສາຍນ້ຳເຊກອງ, ເຊກະໜານ ແລະ ຕາມສາຍຫ່ວຍຮ່ອງຕ່າງໆ ໃນຜ່ານມາແມ່ນມີຜົນກະທົບທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນຢູ່ບາງທ້ອງຖິ່ນ ແລະ ບາງຈຸດບໍ່ຄ່ອຍຮັບປະກັນຄວາມປອດໄພທາງດ້ານສະພາບແວດລ້ອມ ແລະ ບັນຫາອື່ນໆທີ່ອາດຈະເກີດຂຶ້ນ, ອັນຕໍ່ມາບັນຫາ “ກ່ຽວກັບການຂຸດຄົ້ນໄມ້ ແມ່ນໃຫ້ເຂັ້ມງວດການປະຕິບັດຄໍາສັ່ງ ເລກທີ 16 ຂອງເຈົ້າແຂວງ, ລົງວັນທີ 28 ກັນຍາ 2023 ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້”.

ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - Visit Laos Visit SALANA BOUTIQUE HOTEL - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - Visit Laos Visit SALANA BOUTIQUE HOTEL - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ

ສະເພາະໃນປີ 2024 ແຂວງອັດຕະປືຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນບໍ່ຫລຸດ 6,92%, ໃນນີ້ແມ່ນຂະແໜງກະສິກຳ, ຂະແໜງອຸດສາຫະກຳ ແລະ ຂະແໜງບໍລິການ. ຄິດເປັນມູນຄ່າ 6.61 ຕື້ກີບ; ສະເລ່ຍຕໍ່ຫົວຄົນ 40,28 ລ້ານກີບ ຫລື ເທົ່າກັບ 2.120 ໂດລາ. ສ່ວນດ້ານງົບປະມານ: ເກັບລາຍຮັບງົບປະມານ ໃຫ້ໄດ້ 750 ຕື້ກີບ ເພີ່ມຂຶ້ນ 29%.

ຂ່າວ: ແຂວງອັດຕະປື

ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - 5 - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - 3 - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ - 4 - ແຂວງອັດຕະປື ຈະຢຸດຕິການຂຸດຄົ້ນຄຳຕົກຂ້ອນ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ