ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ

ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - 132345458 2a34eacff103c9cb52b3b8df13519eb0810a0f1d0 0 2736 18241000x667 - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ
ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - kitchen vibe - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ

ທາງການປາກິດສະຖານອອກມາສະແດງຄວາມບໍ່ພໍໃຈ ຫລັງການໂຈມຕີທາງອາກາດຂອງອີຣານໄດ້ຂ້າຊີວິດເດັກນ້ອຍໄປ 2 ຄົນ. ອີກທັງຍັງເຮັດໃຫ້ມີຜູ້ບາດເຈັບອີກ 3 ຄົນ ໂດຍລະບຸວ່າການລະເມີດນ່ານຟ້າຄັ້ງນີ້ເປັນການກະທໍາທີ່ບໍ່ອາດຍອມຮັບໄດ້ ແລະ ໄດ້ເອີ້ນນັກການທູດລະດັບສູງຂອງອີຣານທີ່ປະຈໍາຢູ່ນະຄອນຫລວງອິສລາມາບັດເພື່ອເຂົ້າສອບຖາມກ່ຽວກັບເຫດການດັ່ງກ່າວແລ້ວ.

ວັນທີ 16 ມັງກອນ, ສໍານັກຂ່າວໃນເຄືອຂອງກອງທັບອີຣານເປີດເຜີຍວ່າ: ກອງກໍາລັງອີຣານໄດ້ປະຕິບັດການໂຈມຕີທາງອາກາດຕໍ່ປາກິດສະຖານ ໂດຍຕັ້ງເປົ້າໃສ່ຖານທີ່ໝັ້ນ 2 ແຫ່ງທີ່ເຊື່ອມໂຍງກັບກຸ່ມຕິດອາວຸດ Jaish al Adl ເຊິ່ງໃນປະຕິບັດການຄັ້ງນີ້ມີການໃຊ້ໂດຣນ ແລະ ມິສໄຊໂຈມຕີນໍາ.

ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - Visit Laos Visit SALANA BOUTIQUE HOTEL - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ
ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - Visit Laos Visit SALANA BOUTIQUE HOTEL - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ

ເຫດການດັ່ງກ່າວໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ປາກິດສະຖານ ໂດຍຖະແຫລງການຈາກກະຊວງການຕ່າງປະເທດປາກິດສະຖານໃນວັນທີ 17 ມັງກອນ ລະບຸວ່າ: ການລະເມີດອະທິປະໄຕຂອງປາກິດສະຖານເປັນສິ່ງທີ່ບໍ່ອາດຍອມຮັບໄດ້ ແລະ ອາດສົ່ງຜົນຮ້າຍແຮງຕາມມາ, ການໂຈມຕີທີ່ເກີດຂຶ້ນເຮັດໃຫ້ມີເດັກນ້ອຍຜູ້ບໍລິສຸດເສຍຊີວິດ 2 ຄົນ. ອີກທັງຍັງມີເດັກນ້ອຍບາດເຈັບອີກ 3 ຄົນ.

ລາຍງານລະບຸວ່າ: ກຸ່ມຕິດອາວຸດ Jaish al Adl ຫລື ກອງທັບແຫ່ງຄວາມຍຸຕິທໍາ ໄດ້ກໍ່ເຫດໂຈມຕີເຈົ້າໜ້າທີ່ຊາຍແດນຂອງອີຣານຢ່າງຮຸນແຮງມາແຕ່ປີ 2013. ອີກທັງຍັງເຄີຍອ້າງວ່າເປັນຜູ້ຢູ່ເບື້ອງຫລັງເຫດລະເບີດ ແລະ ລັກພາຕົວຕໍາຫລວດລາດຕະເວນຊາຍແດນຂອງອີຣານຫລາຍຄັ້ງ.

ອ້າງອີງ:

ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - 4 - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ
ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - 5 - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ
ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ - 3 - ປາກິດສະຖານບໍ່ພໍໃຈ ຫລັງການໂຈມຕີຂອງອີຣານ ຂ້າຊີວິດເດັກນ້ອຍ 2 ຄົນ