ສາຍການບິນແຫ່ງຊາດຍີ່ປຸ່ນ ກຽມມີຜູ້ບໍລິຫານສູງສຸດຍິງຄົນທໍາອິດ


ທ່ານ ມິດສິໂກະ ອະດີດພະນັກງານຕ້ອນຮັບຂອງ ເອແປນ ແອຣລາຍ ກຽມສ້າງປະຫວັດສາດ ບໍລິຫານສາຍການບິນແຫ່ງຊາດຂອງຍີ່ປຸ່ນໃນຖານະປະທານບໍລິຫານ.
ວັນທີ 17 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເຈແປນ ແອຣລາຍ ຫລື JAL ເຊິ່ງເປັນສາຍການບິນແຫ່ງຊາດຂອງຍີ່ປຸ່ນ ອອກຖະແຫລງການວ່າ: ຄະນະກໍາມະການບໍລິຫານມີມະຕິແຕ່ງຕັ້ງ ນາງ ມິດສິໂກະ ທົດໂຕຣິ ໃຫ້ດໍາລົງຕໍາແໜ່ງປະທານບໍລິຫານຄົນໃໝ່ ໃນວັນທີ 1 ເມສານີ້ ຖືເປັນຄັ້ງທໍາອິດໃນປະຫວັດສາດຂອງສາຍການບິນແຫ່ງຊາດຍີ່ປຸ່ນ ທີ່ຈະມີຜູ້ຍິງປະຕິບັດໜ້າທີ່ປະທານ.
ທັງນີ້, ນາງ ທົດໂຕຣິ ເຊິ່ງປັດຈຸບັນມີອາຍຸ 59 ປີ ມີຄວາມຜູກພັນກັບ JAL ຫລາຍ, ນາງເຂົ້າເຮັດວຽກຢູ່ບ່ອນນີ້ໃນປີ 1985 ເລີ່ມຈາກການເປັນພະນັກງານຕ້ອນຮັບ, ຕໍາແໜ່ງໃນຝ່າຍບໍລິຫານ ຂອງສໍານັກງານທີ່ກ່ຽວຂ້ອງກັບພະນັກງານຕ້ອນຮັບ, ການບໍລິການ ແລະ ການໃຫ້ຄວາມປອດໄພຕໍ່ລູກຄ້າ ແລະ ຜູ້ໃຊ້ບໍລິການຂອງສາຍການບິນ ເຊິ່ງນາງ ທົດໂຕຣິ ເນັ້ນວ່າ: ຄືວຽກພື້ນຖານຂອງສາຍການບິນ.
ການປະກາດການປ່ຽນແປງທີ່ກໍາລັງຈະເກີດຂຶ້ນຕໍ່ JAL ເກີດຂຶ້ນຫລັງຈຸບິນສາຍການບິນແຫ່ງຊາດຂອງຍີ່ປຸ່ນ ໄດ້ຮັບສຽງຍ້ອງຍໍຈາກຫລາຍຝ່າຍທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການບໍລິຫານແກ້ໄຂສະຖານະການ ເມື່ອເຮືອບິນໂດຍສານຂອງ JAL ຕໍາກັບເຮືອບິນຂອງສໍານັກງານຍາມຝັ່ງ ຢູ່ຣັນເວຂອງສະໜາມບິນນາໆຊາດຮາເນດະ ໃນວັນທີ 2 ມັງກອນຜ່ານມາ.
ການດໍາເນີນງານຕາມຂັ້ນຕອນ ແລະ ຄວາມມີລະບຽບວິໄນ ຕະຫລອດຈົນການຮ່ວມມືຂອງທຸກຝ່າຍ ເຮັດໃຫ້ 379 ຄົນ ຢູ່ໃນຖ້ຽວບິນດັ່ງກ່າວຂອງ JAL ລອດຊີວິດພາຍໃນເວລາ 18 ນາທີຂອງການອົບພະຍົບ, ແຕ່ເຈົ້າໜ້າທີ່ຍາມຝັ່ງເສຍຊີວິດ 5 ຄົນ ຈາກທັງໝົດ 6 ຄົນຢູ່ໃນຖ້ຽວບິນ.
ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກອົງການເພື່ອການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ລະບຸວ່າ: ອັດຕາຜູ້ຍິງດໍາລົງຕໍາແໜ່ງຜູ້ບໍລິຫານຢູ່ຍີ່ປຸ່ນມີພຽງ 13,2% ໃນປີ 2021 ຢູ່ໃນກຸ່ມສຸດທ້າຍຂອງສະມາຊິກ OECD ທັງໝົດ 38 ປະເທດ.