ອາເມລິກາຂຶ້ນບັນຊີກະບົດຮູຕີເປັນກຸ່ມກໍ່ການຮ້າຍອີກຮອບ ຕອບໂຕ້ໂຈມຕີເຮືອສິນຄ້າຢູ່ທະເລແດງ

ລັດຖະບານອາເມລິກາ ປະກາດວ່າ: ໄດ້ບັນຈຸກຸ່ມກະບົດຮູຕີຢູ່ເຢເມນກັບໄປຢູ່ໃນບັນຊີລາຍຊື່ກຸ່ມກໍ່ການຮ້າຍອີກ ຫລັງຈາກເຄີຍຖອນອອກມາໃນປີ 2021 ພາຍຫລັງປະທານາທິບໍດີ ໂຈ ໄບເດນ ເຂົ້າຮັບຕໍາແໜ່ງ.
ການຕັດສິນໃຈດັ່ງກ່າວຖືເປັນໜຶ່ງໃນການຕັດສິນໃຈດ້ານການຕ່າງປະເທດຄັ້ງສໍາຄັນຂອງທ່ານ ໄບເດນ ພາຍຫລັງການກະທໍາຂອງກຸ່ມຮູຕີທີ່ໂຈມຕີເຮືອສິນຄ້າຢູ່ທະເລແດງ ເຊິ່ງເຈົ້າໜ້າທີ່ລັດຖະບານອາເມລິກາ ເປີດເຜີຍຕໍ່ Reuters ວ່າ: ການບັນຈຸກຸ່ມຮິຕີໃນລາຍຊື່ຜູ້ກໍ່ການຮ້າຍດັ່ງກ່າວຖືກກໍານົດເປັນພິເສດ ໂດຍມີຈຸດປະສົງເພື່ອຕັດເງິນທຶນ ແລະ ອາວຸດທີ່ກຸ່ມຮູຕີໃຊ້ໃນການໂຈມຕີ ຫລື ປຸ້ນເຮືອ.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນຂະນະທີ່ກຸ່ມຮູຕີອ້າງວ່າ: ໄດ້ຍິງລູກສອນໄຟໂຈມຕີເຮືອສິນຄ້າ Genco Picardy Bulk ທີ່ດໍາເນີນງານໂດຍອາເມລິກາ ລະຫວ່າງເດີນທາງຜ່ານອ່າວເອເດນ ເຊິ່ງຖືເປັນການໂຈມຕີຄັ້ງທີ 2 ໃນຮອບອາທິດ ເຊິ່ງຜົນການໂຈມຕີເຮັດໃຫ້ເຮືອໄດ້ຮັບຄວາມເສຍຫາຍບໍ່ຫລາຍ ແລະ ບໍ່ມີລູກເຮືອບາດເຈັບ. ຂະນະທີ່ເຮືອກໍາລັງຢູ່ລະຫວ່າງເດີນທາງອອກຈາກພື້ນທີ່ນ່ານນໍ້າດັ່ງກ່າວ.
ຂະນະດຽວກັນ, ມີລາຍງານຈາກ CNN ອ້າງຂໍ້ມູນຈາກ 3 ເຈົ້າໜ້າທີ່ລັດຖະບານອາເມລິກາວ່າ: ກອງທັບອາເມລິກາໄດ້ໃຊ້ລູກສອນໄຟໂທມາຮອກໂຈມຕີໃສ່ເປົ້າໝາຍເຄື່ອງຍິງລູກສອນໄຟ 14 ເຄື່ອງຂອງກຸ່ມຮູຕີຢູ່ເຢເມນ ເຊິ່ງຖືເປັນການໂຈມຕີກຸ່ມຮູຕີຄັ້ງທີ 4 ໃນໄລຍະບໍ່ຮອດ 1 ອາທິດ.
ໃນອາທິດຜ່ານມາ, ກອງທັບອາເມລິກາ ແລະ ອັງກິດຍັງໄດ້ຮ່ວມກັນປະຕິບັດການໂຈມຕີທາງອາກາດຖະຫລົ່ມຫລາຍສິບເປົ້າໝາຍຂອງກຸ່ມຮູຕີຢູ່ເຢເມນ ເພື່ອຕອບໂຕ້ການເກີດວິກິດຢູ່ທະເລແດງ ສົ່ງຜົນເຮັດໃຫ້ກຸ່ມຮູຕີປະກາດຈະຕອບໂຕ້ທັງ 2 ປະເທດຢ່າງຮຸນແຮງ.
ທັງນີ້, ອາເມລິກາ ແລະ ຫລາຍປະເທດສະແດງຄວາມກັງວົນຕໍ່ວິກິດທີ່ເກີດຂຶ້ນຢູ່ທະເລແດງ ໂດຍກຸ່ມຮູຕີເຊິ່ງໄດ້ຮັບການສະໜັບສະໜູນຈາກອີຣານ ຢືນຢັນວ່າ: ຈະບໍ່ຢຸດການໂຈມຕີຈົນກວ່າອິດສະລາແອນຈະຢອມຢຸດການເຮັດສົງຄາມກວາດລ້າງກຸ່ມຮາມັດຢູ່ເຂດກາຊາ.
ອ້າງອີງ:
- www.reuters.com/business/business-heads-see-red-sea-tensions-causing-lengthy-trade-dislocation-2024-01-17/
- www.aljazeera.com/news/2024/1/17/biden-playing-with-fire-by-redesignating-yemens-houthis-as-terrorists
https://edition.cnn.com/2024/01/17/politics/us-strikes-houthis-yemen/index.html