ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ

ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ - kitchen vibe - ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ

ທາງການອາເມລິກາ ລາຍງານວ່າ: ມີຜູ້ເສຍຊີວິດຈາກສະພາບອາກາດໜາວແລ້ວເກືອບ 89 ຄົນ ໃນຫລາຍພື້ນທີ່ທົ່ວປະເທດ ຫລັງຜະເຊີນພາຍຸລະດູໜາວຄັ້ງຮຸນແຮງໃນທ້າຍອາທິດຜ່ານມາ.

ໃນຈໍານວນຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ພົບຢູ່ລັດເທນເນສຊີ ແລະ 16 ຄົນ ຢູ່ລັດອໍຣິກອນ ໂດຍ 3 ຄົນ ເສຍຊີວິດຈາກໄຟຟ້າຊ໊ອດ ຫລັງກະແສລົມແຮງເຮັດໃຫ້ເສົາໄຟຟ້າລົ້ມທັບລົດຂອງພວກເຂົາທີ່ກໍາລັງເດີນທາງ ເຊິ່ງທາງການໄດ້ປະກາດສະຖານະການສຸກເສີນເພື່ອຮັບມືສະຖານະການແລ້ວ.

ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ - Visit Laos Visit SALANA BOUTIQUE HOTEL - ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ
ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ - Visit Laos Visit SALANA BOUTIQUE HOTEL - ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ

ນອກຈາກນີ້ ຍັງມີຜູ້ເສຍຊີວິດຫລາຍຄົນຈາກອຸປະຕິເຫດທາງລົດ ທ່າມກາງສະພາບອາກາດໜາວຈາກຫິມະ ແລະ ຄາບນໍ້າແຂງທີ່ປົກຄຸມຖະໜົນ ໂດຍຢູ່ລັດເຄນທັກກີພົບຜູ້ເສຍຊີວິດ 5 ຄົນ ແລະ ລັດອິລິນອຍ 4 ຄົນ, ສ່ວນຢູ່ເມືອງຊີແອດເທິລ ພົບຄົນບໍ່ມີເຮືອນຢູ່ 5 ຄົນເສຍຊີວິດຈາກອາກາດໜາວຈັດໃນໄລຍະ 4 ວັນຜ່ານມາ.

ໃນຫລາຍພື້ນທີ່ຂອງປະເທດຍັງເກີດກະແສໄຟຟ້າດັບກະທົບປະຊາຊົນຫລາຍໝື່ນຄົນ ໂດຍສະພາບອາກາດທີ່ໜາວເຢັນແບບນີ້ຄາດວ່າຈະເກີດຕໍ່ເນື່ອງໄປຈົນຮອດກາງອາທິດ.

ອ້າງອີງ:

ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ - 5 - ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ
ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ - 4 - ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ
ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ - 3 - ພາຍຸລະດູໜາວພັດຖະຫລົ່ມອາເມລິກາ ມີຜູ້ເສຍຊີວິດເກືອບ 90 ຄົນ