ບັນຫາດ້ານເສດຖະກິດ-ການເງິນ ທຸກພາກສ່ວນພວມເລັ່ງ ແຕ່ເໝືອນວ່າຍິ່ງເຄັ່ງໄປໜ້າ
ໂດຍ: ຜາຕຸງ
ບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ເປັນສິ່ງທີ່ທຸກຄົນໃນສັງຄົມຕ້ອງຍອມຮັບວ່າມັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າແຕ່ເໜືອເຖິງໃຕ້ ແຕ່ພູຄດອຍລົງຮອດທົ່ງພຽງ ແຕ່ຍອດອູລົງຮອດລີ່ຜີ ລວມທັງກະທົບເຖິງການບໍລິຫານວຽກງານຕ່າງໆທັງພາກລັດ, ພາກເອກະຊົນ ຫົວໜ່ວຍທຸລະກິດຜູ້ປະກອບການດ້ານຕ່າງໆໄປຕາມໆກັນ ຕາມກົນໄກການຕະຫຼາດໂລກທີ່່ເປັນຢູ່ໃນປະຈຸບັນ ແລະ ມັນກາຍເປັນໂຈດບັ້ງໃຫຍ່ທີ່ທ້າທາຍ ລໍການແກ້ໄຂໃຫ້ຖືກຕ້ອງແລະລຸລ່ວງຜ່ານໄປດ້ວຍດີ ຂອງຄະນະລັດຖະບານໃນປະຈຸບັນເພື່ອເລັ່ງນຳພາແກ້ໄຂໃນຕໍ່ໜ້າໃຫ້ປະກົດເປັນຮູບປະທຳຫຼາຍຂື້ນ ແນໃສ່ການສ້າງຄວາມເຂັ້ມແຂງທາງດ້ານເສດຖະ ກິດ, ປັບປຸງຊີວິດຄວາມເປັນຢູ່ຂອງປະຊາຊົນໃຫ້ ນອນຫຼັບດີ ກິນອີ່ມ ນຸ່ງອຸ່ນ ນຳພາປະເທດຊາດໄປສູ່ຈຸດໝາຍປາຍທາງທີ່ກຳນົດໄວ້ຕາມເປົ້າໝາຍ ສັງຄົມນິຍົມ.
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ທີ່ດຳເນີນໄປໃນວັນທີ 26-27 ທັນວາ 2023 ຜ່ານມານັ້ນເຫັນໄດ້ວ່າ ລັດຖະບານສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ 3 ວາລະສຳຄັນຢ່າງຈິງຈັງ ແລະ ລົງເລິກຕີລາຄາການເຄື່ອນໄຫວວຽກ ຂອງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງ ເລກທີ 19/ກມສພ ໃນໄລຍະ 6 ເດືອນ, ພ້ອມທັງ ສະເໜີວຽກຈຸດສຸມຂອງລັດຖະບານ ປີ 2024 ຕິດພັນກັບການເຜີຍແຜ່ດຳລັດວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2024 ແລະ ການແກ້ໄຂຜົນການກວດສອບ; ແລະ ເຜີຍແຜ່ມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ 05/ຄບສພ. ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວ ໃຫ້ຄົບຖ້ວນ, ເລັ່ງການຫັນເປັນທັນສະໄໝ ໃນການເກັບລາຍຮັບ ໂດຍຂະຫຍາຍໃຫ້ກວມເອົາຫລາຍຂົງເຂດ ເຊັ່ນ: ການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ;
ສືບຕໍ່ປະຕິບັດແຜນລາຍຈ່າຍງົບປະມານ ຢ່າງຮັດກຸມ, ປະຢັດມັດທະຍັດ ໂດຍໃຫ້ບູລິມະສິດການເບີກຈ່າຍເງິນເດືອນ, ເງິນອຸດໜູນ, ການຊຳລະໜີ້ສິນຕ່າງປະເທດ, ລາຍຈ່າຍສໍາລັບການເປັນປະທານອາຊຽນ, ສ່ວນການຈັດຊື້ໃໝ່ ຖ້າບໍ່ຈຳ ເປັນແທ້ໆ ແມ່ນໃຫ້ໂຈະໄວ້ກ່ອນ; ສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການດຳເນີນທຸລະກິດ ຢູ່ລາວ ໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ອັດຕັນອອກໃຫ້ໄດ້; ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫລື ມີຄວາມຄືບໜ້າຊ້າ ກໍໃຫ້ເຊີນບໍລິສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງ ກໍານົດເວລາໃຫ້ບໍລິສັດແກ້ໄຂ, ຖ້າແກ້ໄຂບໍ່ໄດ້ ແມ່ນໃຫ້ກ້າວໄປສູ່ການຍົກເລີກ ຫຼື ແຈ້ງສິ້ນສຸດສັນຍາ; ສຸມໃສ່ແກ້ໄຂບັນຫາການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ ດ້ວຍການເລັ່ງຊຸກຍູ້ບັນດາໂຄງການທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນທີ່ໄດ້ກຳນົດໄວ້, ເລັ່ງພັດທະນາໂຄງການພະລັງງານລົມ, ພະລັງງານແສງຕາເວັນ ທີ່ສາມາດກໍ່ສ້າງໄວ ແລະ ອື່ນໆ
ພວກເຮົາຫັນໄປເບິ່ງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບຊັບຊ້ອນ ເຊິ່ງສະພາບການດັ່ງກ່າວ ໄດ້ເປັນສາເຫດປັດໄຈສົ່ງຜົນກະທົບຊ້ຳເຕີມຕໍ່ການຟື້ນຕົວ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າໂລກ ຢ່າງຫລີກລ່ຽງໄດ້ຍາກ, ສຳລັບຢູ່ປະເທດເຮົາ ແມ່ນໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ໂດຍສະເພາະບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງ, ລາຄາສິນຄ້າແພງຂຶ້ນ, ຄ່າຄອງຊີບຊີບສູງຂຶ້ນ ແຕກໂຕນກັບລາຍຮັບ ເຮັດໃຫ້ເພີ່ມຄວາມກົດດັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ຕະຫລອດໄລຍະຜ່ານມາ 2 ປີ ເຄິ່ງ ຫລື ກ່ອນເກີດໂຄວິ-19 ເປັນຕົ້ນມາ ລາວເຮົາໄດ້ຮັບຜົນກະທົບຢ່າງໜັກ ເຮັດໃຫ້ເກີດບັນຫາເສດຖະກິດການເງິນ,ຂາດຄແນເງິນຕາ ແລະ ຂາດດຸນການຄ້າຢ່າງຕໍ່ເນື່ອງ ຕໍ່ສະພາບການເຊັ່ນນີ້, ຄະນະລັດຖະບານໄດ້ພ້ອມຈິດພ້ອມໃຈ ເລັ່ງໃສ່ປະຕິບັດມາດຕະການແກ້ໄຂຕ່າງໆ ແຕ່ຜົນປາກົດວ່າບັນຫາຍິ່ງເຄັ່ງຮ້ອນໄປໜ້າ, ເງິນເຟີ້ເພີ່ມຂຶ້ນ ບໍ່ບັນລຸຄາດໝາຍທີ່ຕັ້ງໄວ້, ເງິນກີບອ່ອນຄ່າ, ຄ່າຄອງຊີບແພງຂຶ້ນໜ້າ ເຊິ່ງອັນນີ້ສັງຄົມໄດ້ແຕ່ເຝົ້າຄອຍ ຜົນງານອັນປະຈັກຂອງລັດຖະບານໂດຍສະເພາະ ອັນທີ່ໄດ້ຮ່ວມກັນກຳນົດອອກມາເປັນນິຕິກຳ, ເປັນແຜນປະຕິບັດຕົວຈິງຜ່ານມານັ້ນ ດ້ວຍການເຮັດແທ້ທຳຈິງ ເຮັດໃຫ້ສຸດຂຸດໃຫ້ເຖິງຮາກເຫງົ້າແກ່ນແທ້ຂອງບັນຫາແລ້ວນຳມາແກ້ໄຂໃຫ້ຖືກຕ້ອງກັບເງື່ອນໄຂຄວາມເປັນຈິງໃນແຕ່ລະໄລຍະ.