ຕິດຕາມ-ກວດກາ ແລະ ຊຸກຍູ້ ວຽກງານຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ຢູ່ແຂວງໄຊສົມບູນ

ວັນທີ 24 ມັງກອນ 2024, ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ-ກວດກາ, ຊຸກຍູ້ ວຽກງານຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ຢູ່ແຂວງໄຊສົມບູນ.
ໂດຍໄດ້ເຂົ້າພົບປະປຶກສາຫາລື ກັບ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ກ່ຽວກັບວຽກງານຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ເພື່ອຊອກໃຫ້ເຫັນດ້ານດີ ທີ່ສົມຄວນເສີມຂະຫຍາຍ ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງຊອກຫາວິທີການແກ້ໄຂໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ໃຫ້ເປັນຂໍ້ມູນພື້ນຖານ ແລະ ບ່ອນອີງ ໃນການສ້າງ ແລະ ປັບປຸງ ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ເປັນຂໍ້ມູນພື້ນຖານ ແລະ ບ່ອນອີງ ສັງລວມລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ແລະ ມີທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ, ສອດຄ່ອງສະພາບຕົວຈິງ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີກໍານົດໄວ້.