ທີມສະຫະລັດ ຄວ້າແຊ໊ມກ໊ອຟເພຣສຊິ ເດນ ຄັບ, ທຣຳ ມາມອບແຊ໊ມດ້ວຍໂຕເອງ
October 2, 2017 - 4:34 PM




ສະຫະລັດ ຄວ້າແຊ໊ມເປັນ ສະໄໝທີ 7 ຕິດຕໍ່ກັນ ແລະ ເປັນແຊ໊ມສະໄໝທີ 10 ຈາກ ທັງໝົດ 12 ຄັ້ງທີ່ແຂ່ງກັນມາ ປ່ອຍໃຫ້ ທີມນາໆຊາດ ໄດ້ ແຊ໊ມໄປຄັ້ງດຽວໃນປີ 1998 ເຊິ່ງການແຂ່ງຂັນປີນີ້ຍັງພິເສດກວ່າທີ່ເຄີຍເມື່ອ ທ່ານ ໂດນັລ ທຣຳ ປະທານາທິບໍດີ ສະຫະ ລັດ ເດີນທາງມາມອບຂັນ ແຊ໊ມດ້ວຍໂຕເອງ ເຮັດໃຫ້ ເປັນຄັ້ງທຳອິດໃນປະຫວັດ ສາດຂອງລາຍການທີ່ຜູ້ນຳ ສະຫະລັດ ເປັນຜູ້ມອບແຊ໊ມ.
ສະຫຼຸບຜົນ ເຄວິນ ແຊບ ເປລ ຈາກສະຫະລັດ ສະເໝີ ມາກ ລີດແມນ ຈາກອອສເຕຣ ເລຍ, ຊາລີ ຮອຟແມນ ເສຍໃຫ້ ເຈສັນ ເດ ຈາກອອສເຕຣເລຍ 2 ແລະ 1, ຈັນຕິນ ໂທມັສ ເສຍ ໃຫ້ ຮິເກິ ມັດສີນາມາ ຈາກ ຢິ່ ປຸ່ນ 3 ແລະ 1, ດານຽລ ແບເກີ ຊະນະ ຄິມ ຊີ ວູ ຈາກ ສ.ເກົາຫຼີ້ 2 ແລະ 1, ແມດ ຄູຊາ ເສຍໃຫ້ ຊາລ ຊະວາດເຊລ ຈາກ ແອຟ ຣິກາໃຕ້ 1 ອັບ, ແພທຣິກ ເສຍ ໃຫ້ ຫຼຸຍ ອຸສທຸຍເຊນ ຈາກ ແອຟຣິກາໃຕ້ 1 ອັບ, ດັສຕິນ ຈອນສັນ ສະເໝີ ແບຣນແດນ ເກຣດ ຈາກແອຟຣິກາໃຕ້, ບຣູກ ໂຄບກາ ເສຍໃຫ້ ອະດຳ ສະກອດ ຈາກອອສເຕຣເລຍ 3 ແລະ 2, ຈໍແດນ ສະປິດ ເສຍ ໃຫ້ ໂຈນາທານ ເວກັສ ຈາກ ເວເນຊູເອລາ 2 ແລະ 1, ເຄ ວິນ ຄິສເນີ ສະເໝີ ອະເນຍ ບານ ລາຮີຣີ ຈາກອິນເດຍ, ຟິລ ມິກເຄລສັນ ຊະນະ ອະດຳ ແຮດວິນ ຈາກ ແຄນາດາ 2 ແລະ 1, ຣິກກີ ຟາວເລີ ຊະນະ ເອມິເລຍໂນ ກຣິລໂລ ຈາກ ອາເຈນຕິນາ 6 ແລະ 4.