ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ

ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ - kitchen vibe - ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ

ວັນທີ 25 ມັງກອນ 2024, ພະແນກສາທາລະນະສຸກແຂວງວຽງຈັນ ທຳລາຍຢານຳເຂົ້າບໍ່ຖືກຕ້ອງ ໂດຍການການເຂົ້າຮ່ວມຂອງທ່ານ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກ ແຂວງວຽງຈັນ.

ທ່ານ ຄຳສຸກ ສຸວັນນາລີ ຫົວໜ້າຂະແໜງອາຫານ ແລະ ຢາ ລາຍງານວ່າ: ພາຍຫລັງໄດ້ຮັບການຮ້ອງຮຽນຈາກປະຊາຊົນ ຢູ່ເຂດບ້ານຫລັກ 52 ເມືອງໂພນໂຮງ, ຈາກນັ້ນທີມງານ ອາຫານ ແລະ ຢາຈຶ່ງໄດ້ລົງເກັບກຳຂໍ້ມູນ ພົບວ່າ: ຮ້ານຂາຍຢາ ຄວາມສະດວກ

ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ - Visit Laos Visit SALANA BOUTIQUE HOTEL - ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ
ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ - Visit Laos Visit SALANA BOUTIQUE HOTEL - ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ

ເຊິ່ງມີທ້າວ ຫວງກິຈັງ ສັນຊາດຈີນ ເປັນຜູ້ຂາຍຢາ ແລະ ນາງອະຈຸຟ່າ ລາວລີ່ ຢູ່ບ້ານຮົ່ມສະຫວ່າງ ເມືອງຜົ້ງສາລີ ແຂວງຜົ້ງສາລີ ເປັນຜູ້ຊ່ວຍແປພາສາລາວ, ຮ້ານຂາຍຢາດັ່ງກ່າວບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ, ການນຳເຂົ້າຢາ ແລະ ອຸປະກອນການແພດບໍ່ຖືກຕ້ອງ, ເຊິ່ງການກະທຳດັ່ງກ່າວຜິດຕໍ່ກົດໝາຍຂອງ ສປປ ລາວ. ເຈົ້າໜ້າທີ່ຈຶ່ງໄດ້ຢຶດຜະລິດຕະພັນຢາໄວ້ເປັນຂອງກາງ ເຊິ່ງລວມມີຢາຕ້ານເຊື້ອ, ຢາສັກປາສະຈາກເຊື້ອພະຍາດ ແລະ ອຸປະກອນການແພດລວມ 33 ແກັດ ມູນຄ່າ 17000 ກວ່າຢວນ

ດັ່ງນັ້ນ, ກົມອາຫານ ແລະ ຢາເຫັນດີໃຫ້ພະແນກສາທາລະນະສຸກແຂວງ ດຳເນີນຄະດີຕໍ່ຜູ້ກະທຳຜິດມາສຶກສາອົບຮົມ ຕາມລະບຽບການຄຸ້ມຄອງ ແລະ ທຳລາຍຢາທີ່ບໍ່ຖືກຕ້ອງທີ່ມີຄວາມສ່ຽງຕໍ່ຜູ້ບໍລິໂພກ.

ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ - 5 - ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ
ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ - 3 - ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ
ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ - 4 - ສາທາລະນະສຸກແຂວງວຽງຈັນ ທຳລາຍຢາຕ້ານເຊື້ອ ແລະ ຢາສັກ ທີ່ນຳເຂົ້າບໍ່ຖືກຕ້ອງ