ອົງການໄອຍະການປະຊາຊົນ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາສໍາຄັນ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ວັນທີ 26 ມັງກອນ 2024, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມປະຈຳປີ ຂອງອົງການໄອຍະການປະຊາຊົນ ປີ 2023 .
ທ່ານ ຮອງປະທານປະເທດ ກ່າວວ່າ: ຄຽງຄູ່ກັບຜົນສຳເລັດກໍຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ພ້ອມກັນເອົາໃຈໃສ່ ແລະ ແກ້ໄຂ ເພື່ອສູ້ຊົນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນປີ 2024 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຊຶ່ງທ່ານໄດ້ເນັ້ນໃຫ້ພ້ອມກັນເພີ່ມທະວີເອົາໃຈໃສ່ຕື່ມ 7 ບັນຫາ ດັ່ງນີ້: ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນແມ່ນ ມະຕິສະບັບເລກທີ 037 /ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທໍາໃຫ້ເປັນນິຕິກໍາ ແລະ ລະບຽບການອັນລະອຽດ, ຈະແຈ້ງ ແລະ ຊັດເຈນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ຖືກຕ້ອງ ແລະ ທັນກັບສະພາບການ; ສືບຕໍ່ປັບປຸງແບບແຜນ ແລະ ວິທີການນໍາພາຂອງພັກ ຕໍ່ວຽກງານໄອຍະການ; ບັນຫາ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ, ການສຶກສາອົບຮົມການເມືອງ-ແນວຄິດ, ຄຸນທາດການເມືອງ, ໂດຍການເພີ່ມທະວີຄວາມຮັບຜິດຊອບໃນການກໍ່ສ້າງພະນັກງານໄອຍະການປະຊາຊົນ ຕິດພັນກັບການສ້າງຂະບວນການວຽກດີຄົນເດັ່ນ ຕາມຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນ ແລະ ຕາມມາດຖານລວມຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອເຮັດແນວໃດພວກເຮົາສາມາດຄັດເລືອກ ໄດ້ພະນັກງານຫຼັກແຫຼ່ງຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຫຼັກໝັ້ນດີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ລັດ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ; ໄປຄຽງຄູ່ກັບການບຳລຸງກໍ່ສ້າງທາງດ້ານຄຸນທາດການເມືອງແລ້ວ ກໍຕ້ອງໄດ້ຝຶກອົບຮົມທາງດ້ານວິຊາສະເພາະ, ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດເປັນກົກ ແລະ ດ້ານຄວາມຮູ້ຄວາມສາມາດເປັນສໍາຄັນ; ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສູ້ຊົນສ້າງໜ່ວຍພັກເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້, ກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກ ໂດຍຮັບປະກັນຄຸນນະພາບຕາມກົດລະບຽບຂອງພັກຢ່າງເຂັ້ມງວດ; ຕັ້ງໜ້າບຳລຸງກໍ່ສ້າງຖັນແຖວບຸກຄະລາກອນທັງຈຳນວນ ແລະ ຄຸນນະພາບ; ສືບຕໍ່ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບໃນການຕິດຕາມກວດກາການປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ໃຫ້ແຂງແຮງຂຶ້ນກວ່າເກົ່າ, ພ້ອມທັງເພີ່ມທະວີການຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ການດຳເນີນຄະດີຢູ່ແຕ່ລະຂອດ ແຕ່ລະຂັ້ນ ເພື່ອເຮັດໃຫ້ການແກ້ໄຂຄະດີມີຄວາມຮອບດ້ານ, ຄົບຖ້ວນ, ພາວະວິໄສ, ວ່ອງໄວ, ຖືກຕ້ອງຕາມກົດໝາຍ, ໂປ່ງໃສ ແລະ ຍຸຕິທຳ, ສາມາດບັນລຸໄດ້ 95% ຂອງການຄົ້ນຄວ້າຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນ. ສືບຕໍ່ເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດຄໍາຕັດສິນ ແລະ ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນ, ກຳນົດເວລາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບ. ສືບຕໍ່ຈັດຕັ້ງປະຕິບັດກົນໄກການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນການດຳເນີນຄະດີຕາມຂະບວນການຍຸຕິທຳ ໂດຍສະເພາະເຈົ້າໜ້າທີ່ອົງການສືບສວນ-ສອບສວນ, ສານປະຊາຊົນ ແລະ ກະຊວງຍຸຕິທຳ ໃຫ້ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ເປັນເອກະພາບທາງດ້ານຫຼັກການຂອງກົດໝາຍ ເພື່ອຮັບປະກັນການດຳເນີນຄະດີ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ກົດໝາຍ ທັງຮັບປະກັນຄວາມສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ, ແລະ, ສືບຕໍ່ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສຳເລັດຕົວຈິງ ໂດຍຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ໂດຍສະເພາະການພົວພັນຮ່ວມມືກັບ ອົງການໄອຍະການບັນດາປະເທດເພື່ອນມິດຍຸດທະສາດໃຫ້ກ້າວສູ່ລວງເລິກ, ເປີດກວ້າງການພົວພັນຮ່ວມມືກັບປະເທດອື່ນໆ ກໍຄືອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງບົດຮຽນ, ເຕັກນິກ, ເຕັກໂນໂລຊີ ແລະ ທຶນຮອນ ມາພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝ.