ແຈ້ງປັບຂຶ້ນ! ລາຄາລົດເມ 4 ສາຍທາງ ເລີ່ມແຕ່ວັນທີ 5 ກຸມພາ 2024 ເປັນຕົ້ນໄປ
January 31, 2024 - 2:35 PM

ລັດວິສາຫະກິດ ລົດເມນະຄອນຫລວງວຽງຈັນ ແຈ້ງການປັບຂຶ້ນລາຄາຄ່າໂດຍສານ 4 ສາຍທາງ, ເຊິ່ງຈະເລີ່ມແຕ່ວັນທີ 5 ກຸມພາ 2024 ເປັນຕົ້ນໄປ.
– ສາຍ 29 (ຕະຫລາດເຊົ້າ-ດົງໂດກ) ຈາກລາຄາ 6.000 ກີບປັບຂຶ້ນເປັນ 8.000 ກີບ.
– ສາຍ 31 (ຕະຫລາດເຊົ້າ-ໂພນຕ້ອງ-ດົງໂດກ) ຈາກລາຄາ 6.000 ກີບປັບຂຶ້ນເປັນ 8.000 ກີບ.
– ສາຍ 23 (ຕະຫລາດເຊົ້າ-ທ່າງ່ອນ) ຈາກລາຄາ 10.000 ກີບປັບຂຶ້ນເປັນ 12.000 ກີບ.
– ສາຍ 8 (ຕະຫລາດເຊົ້າ-ສີໄຄ-ຄິວລົດສາຍເໜືອ) ຈາກລາຄາ 10.000 ກີບປັບຂຶ້ນເປັນ 13.000 ກີບ.