ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%

ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - AFP3762044311804183018710551143922158667360 1 - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%
ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - kitchen vibe - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%

ລັດຖະມົນຕີເສດຖະກິດກູບາຖືກໄລ່ອອກຈາກຕໍາແໜ່ງ ແລະ ລັດຖະບານຮາວານາເລື່ອນແຜນການຂຶ້ນລາຄາຂາຍຍ່ອຍເຊື້ອໄຟໃນປະເທດອອກໄປແບບບໍ່ມີກໍານົດ ທ່າມກາງຄວາມແຕກຕື່ນຂອງປະຊາຊົນ.

ວັນທີ 3 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດກູບາອອກຖະແຫລງການເລື່ອນມາດຕະການຂຶ້ນລາຄາເຊື້ອໄຟອອກໄປກ່ອນແບບບໍ່ມີກໍານົດ ເນື່ອງຈາກກວດພົບການໂຈມຕີທາງໄຊເບີ ເຊິ່ງມີຕົ້ນທາງຈາກຕ່າງປະເທດ.

ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - Visit Laos Visit SALANA BOUTIQUE HOTEL - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%
ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - Visit Laos Visit SALANA BOUTIQUE HOTEL - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%

ຂະນະທີ່ປະທານາທິບໍດີ ມິເກລ ດິແອຊ ກາເນລ ຜູ້ນໍາກູບາ ໄລ່ທ່ານ ອເລຮັນໂດຣ ກິລ ອອກຈາກຕໍາແໜ່ງລັດຖະມົນຕີເສດຖະກິດ ແລະ ແຕ່ງຕັ້ງທ່ານ ວາຄີນ ອລອງໂຊ ປະທານທະນາຄານກາງກູບາ ໃຫ້ກັບຕໍາແໜ່ງແທນ ຈາກການທີ່ມາດຕະການດັ່ງກ່າວສ້າງຄວາມແຕກຕື່ນໃຫ້ປະຊາຊົນນັບແຕ່ມີການປະກາດ.

ກູບາມີແຜນບັງຄັບໃຊ້ມາດຕະການດັ່ງກ່າວນັບແຕ່ວັນທີ 1 ກຸມພາຜ່ານມາ ໂດຍລາຄາຂາຍນໍ້າມັນແອັດຊັງທໍາມະດາຈະເພີ່ມຂຶ້ນຈາກ 25 ເປໂຊ ເປັນ 132 ເປໂຊຕໍ່ລິດ, ສ່ວນລາຄາຂາຍນໍ້າມັນແອັດຊັງພິເສດຈະເພີ່ມຂຶ້ນຈາກ 30 ເປໂຊ ເປັນ 156 ເປໂຊຕໍ່ລິດ.

ການປ່ຽນແປງດັ່ງກ່າວຖືເປັນການປັບຂຶ້ນລາຄາເຊື້ອໄຟຫລາຍກວ່າ 500% ເພື່ອແກ້ໄຂບັນຫາການຂາດດຸນງົບປະມານ ທ່າມກາງໄລຍະເວລາທີ່ກູບາຍັງຜະເຊີນວິກິດເສດຖະກິດໃນລະດັບຮ້າຍແຮງ ໂດຍຄາດຄະເນຂອງລັດຖະບານລະບຸວ່າ: ເສດຖະກິດຂອງກູບາຫລຸດລົງ 2% ໃນປີ 2023. ຂະນະທີ່ອັດຕາເງິນເຟີ້ຍັງຢູ່ລະດັບສູງກວ່າ 30%.

ເວລານັ້ນ, ກະຊວງເສດຖະກິດກູບາໃຫ້ເຫດຜົນວ່າ: ພາກລັດບໍ່ສາມາດດໍາເນີນມາດຕະການອຸດໜູນລາຄາເຊື້ອໄຟໃຫ້ປະຊາຊົນໄດ້ອີກຕໍ່ໄປ ເຊິ່ງສົ່ງຜົນໃຫ້ກູບາເປັນໜຶ່ງໃນປະເທດມີລາຄາເຊື້ອໄຟຖືກທີ່ສຸດໃນໂລກ, ແຕ່ພັດສວນທາງສະຖານະການທາງເສດຖະກິດຂອງປະເທດ ເຊິ່ງຍັງຜະເຊີນມາດຕະການປິດລ້ອມທາງອາວຸດຈາກອາເມລິກາ ແລະ ການຂາດເຂີນເງິນສໍາຮອງສາກົນ.

ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - 5 - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%
ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - 3 - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%
ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500% - 4 - ກູບາໄລ່ລັດຖະມົນຕີເສດຖະກິດອອກ ໂຈະແຜນຂຶ້ນລາຄາເຊື້ອໄຟ 500%