ຫາລື ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຂອງໂຮງງານຜະລິດແປ້ງມັນຕົ້ນ ຢູ່ເມືອງມະຫາໄຊ

ວັນທີ 1 ກຸມພາ 2024 ຜ່ານມາ, ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຄໍາມ່ວນ, ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ພ້ອມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສໍາລັບໂຮງງານຜະລິດແປ້ງມັນຕົ້ນ ເນື້ອທີ່ຫຼາຍກວ່າ 32 ເຮັກຕາ ຢູ່ເຂດບ້ານໂພວາ ເມືອງມະຫາໄຊ, ແຂວງຄໍາມ່ວນ, ຂອງ ບໍລິສັດ ລາວ-ຫວ່ານຫລຸນ ການລົງທຶນ ຈໍາກັດຜູ້ດຽວ.
ກອງປະຊຸມ ໄດ້ຟັງການລາຍງານ ກ່ຽວກັບ ສະພາບລວມ ຂອງໂຄງການ ແລະ ການປັບປຸງເນື້ອໃນຂອງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ພ້ອມທັງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ, ກອງປະຊຸມ ໄດ້ສະເໜີໃຫ້ບໍລິສັດສືບຕໍ່ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ ແລະ ພຊສ ແຂວງຄໍາມ່ວນ ດໍາເນີນການຫັນປ່ຽນປະເພດທີ່ດິນໃຫ້ຖືກກັບປະເພດການນໍາໃຊ້ທີ່ດິນຕົວຈິງ; ໃຫ້ດໍາເນີນການອອກແບບ-ກໍ່ສ້າງ ແລະ ຮັບຮອງ ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຢູ່ເຊບັ້ງໄຟ/ຫ້ວຍອຸລາ ນໍາຂະ ແໜງໂຍທາທິການ ແລະ ຂົນສົ່ງ; ໃຫ້ສຶກສາຕື່ມຄວາມອາດສາມາດການຮອງຮັບນໍ້າໜັກຂອງ ຂົວຂ້າມ ຫ້ວຍອຸລາ ທີ່ສາມາດຮອງຮັບນໍ້າໜັກຂອງລົດບັນທຸກວັດຖຸດິບ (ມັນຕົ້ນ) ແລະ ຜະລິດຕະພັນ ເຂົ້າ-ອອກ ໂຮງງານ ແລະ ຕ້ອງມີແຜນການປັບປຸງຂົວດັ່ງກ່າວ ໃຫ້ສາມາດຮອງຮັບນໍ້າໜັກໄດ້ຕາມຄວາມເປັນຈິງ; ໃຫ້ກໍານົດຕື່ມມາດຕະການໃນການປ້ອງກັນ ແລະ ຫລຸດຜ່ອນ ຜົນກະທົບ ຈາກຝຸ່ນແປ້ງມັນຕົ້ນຢູ່ຂອດການບັນຈຸ ແລະ ຫຸ້ມຫໍ່ແປ້ງມັນຕົ້ນ ເພື່ອຮັບປະກັນດ້ານສຸຂະພາບ ແລະ ຄວາມປອດໄພ ຂອງພະນັກງານ-ກໍາມະກອນ ທີ່ເຮັດວຽກໃນຂອດການຜະລິດດັ່ງກ່າວ ແລະ ອື່ນໆ ທີ່ກ່ຽວຂ້ອງ ເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫລຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.