ການນຳໃຊ້ແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ ຮູບແບບໃໝ່ທີ່ ປັບປຸງ ເນື້ອໃນໃໝ່
February 5, 2024 - 5:50 PM

ວັນທີ 5 ກຸມພາ 2024 ນີ້ ຫ້ອງການ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການ ກ່ຽວກັບ ການນຳໃຊ້ແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ ຮູບແບບໃໝ່ທີ່ ປັບປຸງ ເນື້ອໃນໃໝ່ ແລະ ເປັນຂະໜາດເຈັ້ຍ A4 ຄືດັ່ງນີ້:
- ແບບພິມໃບຕາດິນສະບັບນໍາໃຊ້ປັດຈຸບັນ (ຂະໜາດ F14) ກົມທີ່ດິນ ໄດ້ແຈ້ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ສືບຕໍ່ນຳໃຊ້ໃຫ້ສຳເລັດ ຕາມຈໍານວນທີ່ໄດ້ຈັດພິມ ໃນໄລຍະຜ່ານມາ;
- ພາຍຫຼັງທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ສຳເລັດການນຳໃຊ້ ແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ ແບບເກົ່າແລ້ວ (ຂະໜາດ F14) ແມ່ນຈະໄດ້ເລີ່ມນໍາໃຊ້ແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນຮູບແບບໃໝ່ທີ່ປັບປຸງໃໝ່ ທີ່ມີການກຳນົດເນື້ອໃນແບບພິມ, ລັກສະນະພາຍນອກ ແລະ ພາຍໃນ, ມີຂະໜາດເຈ້ຍ A4 (210 x 297 ມີລີແມັດ) ໃນປີ 2024;
- ໃບຕາດິນທີ່ໄດ້ອອກແລ້ວຕາມຮູບແບບທີ່ຜ່ານມາ ຂະໜາດ F14 ຖ້າຢາກສືບຕໍ່ນໍາໃຊ້ກໍສາມາດໃຊ້ໄດ້ຈົນກວ່າ ເຈົ້າຂອງສິດນຳໃຊ້ທີ່ດິນປ່ຽນແປງ ຈຶ່ງປ່ຽນເປັນໃບຕາດິນຮູບແບບໃໝ່ ຫຼື ຖ້າມີຈຸດປະສົງຢາກປ່ຽນກ່ອນ ກໍສາມາດປ່ຽນໄດ້ຕາມຄວາມສະໝັກໃຈ ແຕ່ເລກທີໃບຕາດິນ, ເລກທີຕອນດິນ, ເລກທີແຜນທີ່ຕາດິນ ໃຫ້ຮັກສາໄວ້ ຄືເກົ່າ ຫຼື ອາດມີການປ່ຽນແປງໄປຕາມທາງດ້ານນິຕິກຳ ແລະ ດ້ານເຕັກນິກວິຊາການ;
- ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມື ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດັ່ງກ່າວ ໄດ້ຮັບ ຜົນເປັນຢ່າງດີ.