ກໍາປູເຈຍເຕືອນອັນຕະລາຍ ຢາສູບໄຟຟ້າ-ຊິຊາ-ຢາສູບອຸ່ນຮ້ອນ ເຕືອນໄວລຸ້ນຢ່າລອງ

ວັນທີ 4 ກຸມພາ, ກະຊວງສາທາລະນະສຸກຂອງກໍາປູເຈຍອອກມາເຕືອນວ່າ: ຢາສູບໄຟຟ້າ, ຊິຊາ ຫລື ບາຣາກຸ ແລະ ຜະລິດຕະພັນຢາສູບແບບອຸ່ນຮ້ອນ (HTP) ເຮັດໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງຜູ້ໃຊ້. ພ້ອມກະຕຸ້ນເຕືອນປະຊາຊົນ ໂດຍສະເພາະໄວໜຸ່ມ ງົດເວັ້ນຈາກການທົດລອງໃຊ້ຜະລິດຕະພັນເຫລົ່ານີ້.
ກະຊວງສາທາລະນະສຸກກໍາປູເຈຍ ລະບຸວ່າ: ຢາສູບໄຟຟ້າ, ຊິຊາ ຫລື ບາຣາກຸ ແລະ ຜະລິດຕະພັນຢາສູບແບບອຸ່ນຮ້ອນສ່ວນຫລາຍມັກຖືກອອກແບບມາຢ່າງງົດງາມ ແລະ ອາດດຶງດູດໃຈໄວໜຸ່ມ ຈຶ່ງຮຽກຮ້ອງໄວໜຸ່ມບໍ່ຄວນທົດລອງໃຊ້ຜະລິດຕະພັນເຫລົ່ານີ້ ແລະ ບໍ່ຫລົງເຊື່ອຄໍາໂຄສະນາທີ່ອ້າງວ່າຢາສູບໄຟຟ້າ, ຊິຊາ ຫລື ບາຣາກຸ ແລະ ຜະລິດຕະພັນຢາສູບແບບອຸ່ນຮ້ອນເປັນເຄື່ອງມືເຊົາສູບຢາ.
ເຖິງວ່າກໍາປູເຈຍຫ້າມນໍາເຂົ້າ, ຄ້າຂາຍ ແລະ ໃຊ້ຢາສູບໄຟຟ້າ, ຊິຊາ ຫລື ບາຣາກຸ ແລະ ຜະລິດຕະພັນຢາສູບແບບອຸ່ນຮ້ອນນັບແຕ່ປີ 2014, ແຕ່ຍັງມີຄົນບາງສ່ວນສວຍໂອກາດຈໍາໜ່າຍຜະລິດຕະພັນເຫລົ່ານີ້ໃນສື່ອອນລາຍ ພ້ອມໂຄສະນາເນື້ອໃນເກີນຄວາມເປັນຈິງທີ່ອ້າງວ່າເປັນເຄື່ອງມືເຊົາສູບຢາ ແລະ ປອດໄພກວ່າຢາສູບແບບດັ້ງເດີມ.
ກະຊວງສາທາລະນະສຸກກໍາປູເຈຍ ຊີ້ແຈງຂໍ້ມູນຄວາມຈິງທີ່ວ່າ: ຢາສູບໄຟຟ້າ, ຊິຊາ ຫລື ບາຣາກຸ ແລະ ຜະລິດຕະພັນຢາສູບແບບອຸ່ນຮ້ອນ ເປັນອັນຕະລາຍຕໍ່ສຸຂະພາບ ແລະ ສັງຄົມ ເນື່ອງຈາກມີສານນິໂຄຕິນໃນລະດັບສູງທີ່ອາດສົ່ງຜົນຮ້າຍແຮງຕໍ່ສຸຂະພາບຫລາຍກວ່າຢາສູບແບບດັ້ງເດີມ ແລະ ມີການໃຊ້ຮ່ວມກັບກັນຊາ ແລະ ຢາອື່ນໆ, ສ່ວນຊິຊາ ຫລື ບາຣາກຸ ມີສານພິດໃນລະດັບສູງເຊັ່ນກັນ.
ທັງນີ້, ກະຊວງສາທາລະນະສຸກກໍາປູເຈຍ ກ່າວວ່າ: ຜະລິດຕະພັນເຫລົ່ານີ້ອາດເຮັດໃຫ້ເກີດພະຍາດປອດຮ້າຍແຮງ, ພະຍາດມະເຮັງປອດ, ພະຍາດຫົວໃຈ, ຄວາມເສຍຫາຍຕໍ່ພັດທະນາການຂອງສະໝອງ, ການເກີດລູກກ່ອນກໍານົດ, ມີລູກຍາກ, ພະຍາດມະເຮັງກະເພາະອາຫານ ແລະ ພະຍາດມະເຮັງກະເພາະປັດສະວະ.