ປກສ ແຂວງຊຽງຂວາງ ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຢູ່ພູແຊວ ເມືອງພູກູດ ເກືອບ 11.000 ຕາແມັດ
February 8, 2024 - 2:13 PM

ວັນທີ 6 ກຸມພາ 2024, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ ຮ່ວມກັບ ປກສ ເມືອງພູກູດ ໄດ້ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຢູ່ພູແຊວ ເມືອງພູກູດ ຈໍານວນ 4 ຕອນ ເນື້ອທີ່ທັງໝົດເກືອບ 11.000 ຕາແມັດ. ພ້ອມທັງໄດ້ນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາຝິ່ນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.