ທະນາຄານແຫ່ງ ສປປ ລາວ ເປີດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ຄັ້ງທີ 11 ສະໄໝທີ IV

ວັນທີ 8 ກຸມພາ 2024 ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ຄັ້ງທີ 11 ສະໄໝທີ IV ຢູ່ທີ່ສະຖາບັນການທະນາຄານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ທຫລ ຜູ້ວ່າການ ທຫລ, ມີຮອງເລຂາຄະນະບໍລິຫານງານພັກ, ມີບັນດາສະຫາຍຄະນະບໍລິຫານງານພັກ ທຫລ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນຂອງຂັ້ນເທິງຈໍານວນໜຶ່ງ ເປັນຕົ້ນມະຕິຂອງລັດຖະບານ ເລກທີ 17/ລບ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ; ມະຕິວ່າດ້ວຍການສືບຕໍ່ຍູ້ແຮງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ; ເຜີຍແຜ່ທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກັບວຽກງານການເງິນທົ່ວປະເທດ. ຄຽງຄູ່ກັນນັ້ນ, ຍັງໄດ້ພ້ອມກັນຕີລາຄາຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະບໍລິຫານງານພັກ ທຫລ ໃນການນໍາພາ-ຊີ້ນໍາວຽກງານປະຈໍາປີ 2023 ເພື່ອເສີມຂະຫຍາຍຜົນງານ ກໍຄືຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສືບຕໍ່ກໍານົດທິດທາງແຜນການຈຸດສຸມໃນປີ 2024 ໃຫ້ມີການຫັນປ່ຽນທີ່ຈະແຈ້ງ ແລະ ເປັນຮູບປະທໍາກວ່າເກົ່າ.
ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຍັງຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບ ຜິດຊອບໃນການຕິດຕາມ ແລະ ຄົ້ນຄວ້າປະກອບຄວາມເຫັນຕໍ່ເອກະສານກ່ຽວຂ້ອງຢ່າງເລິກເຊິ່ງ ເພື່ອຈະສືບຕໍ່ຜັນຂະຫຍາຍເຂົ້າສູ່ພາກປະຕິບັດໃຫ້ເກີດໝາກຜົນຕົວຈິງໃນແຕ່ລະດ້ານ ແລະ ມີປະສິດທິຜົນສູງ.
ໃນຕອນບ່າຍຂອງວັນດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍໃຫ້ກຽດປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ອະດີດປະທານສະຫະພັນນັກຮົບເກົ່າຕື່ມອີກ.