ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ

ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - gettyimages 1984791904 scaled - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ
ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - kitchen vibe - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ

     ເກີດເຫດລະເບີດ 2 ຄັ້ງໃກ້ສໍານັກງານຂອງພັກການເມືອງໃນລັດບາລູຈິສະຖານຂອງປາກິດສະຖານ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 27 ຄົນ ແລະ ບາດເຈັບຫລາຍສິບຄົນ ໂດຍເຫດການຮຸນແຮງດັ່ງກ່າວເກີດຂຶ້ນກ່ອນການເລືອກຕັ້ງທົ່ວໄປຂອງປາກິດສະຖານພຽງໜຶ່ງວັນ ທ່າມກາງຂໍ້ກ່າວຫາກ່ຽວກັບການສໍ້ໂກງການເລືອກຕັ້ງ. ຂະນະທີ່ອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ຖືກຕັດສິດລົງສະໝັກ.

     ລາຍງານຂ່າວລະບຸວ່າ: ເຫດລະເບີດຄັ້ງທໍາອິດເກີດຂຶ້ນຢູ່ເຂດພິຊິນທາງຕອນເໜືອຂອງເມືອງເຄວຕາ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ, ສ່ວນເຫດລະເບີດຄັ້ງທີ 2 ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນຢູ່ເມືອງກີລາ ໄຊຟຸລເລາະ ເຊິ່ງຫ່າງອອກໄປທາງຕາເວັນອອກປະມານ 150 ກິໂລແມັດ. ຂະນະທີ່ເຈົ້າໜ້າທີ່ຢູ່ລະຫວ່າງການສືບສວນຫາສາເຫດຂອງເຫດລະເບີດນອງເລືອດທັງ 2 ຄັ້ງ.

ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - Visit Laos Visit SALANA BOUTIQUE HOTEL - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ
ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - Visit Laos Visit SALANA BOUTIQUE HOTEL - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ

     ບາລູຈິສະຖານເປັນລັດໃຫຍ່ທີ່ສຸດ ແລະ ທຸກຍາກທີ່ສຸດຂອງປາກິດສະຖານ ເຖິງວ່າອຸດົມສົມບູນດ້ວຍຊັບພະຍາກອນ ໂດຍຫລາຍທົດສະວັດຜ່ານມາ ລັດບາລູຈິສະຖານຜະເຊີນເຫດການຮຸນແຮງຫລາຍຄັ້ງ ທ່າມກາງການຕໍ່ສູ້ເພື່ອເອກະລາດຂອງກຸ່ມຕ່າງໆ ລວມທັງກຸ່ມຕິດອາວຸດອິສລາມິສເຊັ່ນ: ຕາລີບັນຂອງປາກິດສະຖານ (TTP) ເຊິ່ງປະຕິບັດການຕາມຊາຍແດນອັບການິດສະຖານ-ປາກິດສະຖານ.

     ຍັງບໍ່ມີກຸ່ມໃດອອກມາອ້າງຄວາມຮັບຜິດຊອບຕໍ່ເຫດລະເບີດຢູ່ໜ້າສໍານັກງານພັກຂອງຜູ້ສະໝັກອິດສະລະໃນເຂດພິຊິນ.

     ສໍາລັບການລະເບີດຄັ້ງທີ 2 ນັ້ນ ເຈົ້າໜ້າທີ່ຕໍາຫລວດລະດັບສູງເປີດເຜີຍຕໍ່ສໍານັກຂ່າວ AFP ວ່າ: ເຫດການດັ່ງກ່າວເກີດຂຶ້ນຢູ່ຕະຫລາດຫລັກຂອງກີລາ ໄຊຟຸລເລາະ ໂດຍມີເປົ້າໝາຍຢູ່ສໍານັກງານການເລືອກຕັ້ງຂອງພັກ JUI-F.

     ເຖິງຢ່າງໃດກໍຕາມ, ເຫດລະເບີດທີ່ເກີດຂຶ້ນໃນພິຊິນ ແລະ ກີລາ ໄຊຟຸລເລາະ ບໍ່ແມ່ນເລື່ອງທີ່ເກີນຄາດເດົາ ເນື່ອງຈາກໃນໄລຍະກ່ອນການເລືອກຕັ້ງ ມີລາຍງານເຫດການຮຸນແຮງເກີດຂຶ້ນຫລາຍເທື່ອຢູ່ເມືອງຕ່າງໆຂອງລັດບາລູຈິສະຖານ ແລະ ລັດໄຄເບີປັດຕູນຄວາ.

ອ້າງອີງ:

ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - 5 - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ
ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - 3 - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ
ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ - 4 - ເກີດເຫດລະເບີດຮຸນແຮງກ່ອນວັນເລືອກຕັ້ງປາກິດສະຖານ ມີຜູ້ເສຍຊີວິດ 27 ຄົນ ບາດເຈັບອີກນັບສິບ