ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ

ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ - dot online - ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ
ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ - kitchen vibe - ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ

ໂດຍ: ຜາຕຸງ

ຕ້ອງຍອມຮັບ ປັດຈຸບັນນີ້ ສື່ອອນລາຍທັງເຟດສ໌ບຸກ, ຢູທູບ, ຕິກຕ໊ອກ ແລະອື່ນໆ ແມ່ນມີບົດບາດສຳຄັນ ມີອິດທິພົນ ຕໍ່ສັງຄົມສູງທີ່ສຸດ ກວມເຂົ້າເຖິງທຸກທີ່ທຸກບ່ອນ ບໍ່ຕິວ່າຕົວເມືອງຊົນນະບົດ ທົ່ງພຽງພູດອຍ ປ່າເລິກດົງໜາ ວ່າແຕ່ບອນໃດມີກະແສສັນຍານໄປຮອດ ຢູ່ບ່ອນນັ້ນກໍຈະໄດ້ຮັບຮູ້ຂໍ້ມູນຂ່າວສານເຫດການຕ່າງໆທີ່ເກີດຂຶ້ນຢູ່ທົ່ວໂລກໃນແຕ່ລະວັນ ແລະ ເຫດການນັ້ນລວມມີຫຼາຍຮູບແບບທີ່ແຕກຕ່າງກັນໄປ ມີທັງສ້າງສັນ, ໃສ່ຮ້າຍປ້າຍສີ ໂຄ່ນລົ້ມໂຈມຕີ 108 ພັນຢ່າງ.

ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ - Visit Laos Visit SALANA BOUTIQUE HOTEL - ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ

ເຫດການຕ່າງໆທີ່ຜູ້ຄົນສົ່ງຜ່ານສັງຄົມອອນລາຍໃນແຕ່ລະວັນແມ່ນມີຫຼາຍສິ່ງຫຼາຍແນວ ທັງມີຄວາມຈິງ ທັງຂີ້ຕົວະຫຼອກລວງສັບປົນຄົນເລກັນຢູ່ ມັນຂຶ້ນກັບຜູ້ຮັບຂໍ້ມຸນຂ່າວສານນັ້ນໆວ່າຈະພິນິດພິຈາລະນາຮັບເອົາສິ່ງໃດທີ່ຕົນພົບເຫັນ ເພາະມັນມີທັງຄວາມເປັນຈິງ ແລະ ບໍ່ແມ່ນຄວາມຈິງ ແລະຫຼາຍຄົນທີ່ໄດ້ຮັບຂໍ້ມູນຂ່າວສານນັ້ນແລ້ວພັດຢາກສົ່ງຕໍ່ໃຫ້ຄົນອື່ນໄດ້ຮູ້ໄດ້ເຫັນນຳ ຈຶ່ງຟ້າວກົດສົ່ງຕໍ່ໄປ ຖ້າຫາກວ່າສິ່ງທີ່ສົ່ງຕໍ່ໄປມັນມີມູນຄວາມຈິງກໍ່ເປັນການດີໄປ ແຕ່ຖ້າເປັນສິ່ງທີ່ບໍ່ມີມູນຄວາມຈິງແລ້ວອາດຈະເປັນໄພມາເຖິງຕົວເອງກໍ່ເປັນໄດ້.

ຍົກເອົາບາງເຫດການມາເວົ້າສູ່ກັນຟັງຕົວຢ່າງຄລິບ ຜົວຕີເມຍຢ່າງຮຸນແຮງຢູ່ບຸນກິນຈຽງທີ່ແຂວງຊຽງຂວາງ, ນັກທ່ອງທ່ຽວຕ່າງປະເທດ ຕົກຈາກຫຼັງຄາລົດສອງແຖວຢູ່ເມືອງວັງວຽງ ຊຶ່ງເປັນເຫດການທີ່ເກີດຂຶ້ນບົນຄວາມຈິງ ທີ່ສ່ອງແສງໃຫ້ສັງຄົມຮັບຮູ້ ພາຍຫຼັງອອກໄປແລ້ວເຫດການນີ້ກໍໄດ້ຮັບການແກ້ໄຂຕາມຂະບວນການລະບຽບກົດໝາຍ  ແຕ່ກໍຍັງມີຫຼາຍກໍລະນີເກີດຂຶ້ນມາແບບຊອກຫາຕົ້ນສາຍປາຍເຫດບໍ່ໄດ້ ເຮັດໃຫ້ສັງຄົມສັບສົນເຂົ້າໃຈໄປໃນທາງທີ່ຜິດພາດ ເຮັດໃຫ້ເກີດຄວາມສັບສົນວຸ່ນວາຍໃນສັງຄົມກໍມີຫຼາຍ ແລະ  ທ້າຍອາທິດຜ່ານມານີ້ ມີຜູ້ໃຊ້ຕິກຕັອກທ່ານໜຶ່ງທີ່ເປັນຄົນລາວໄດ້ອັດຄລິບແບ່ງປັນປະສົບການໃນການໄປທ່ຽວຫລວງພະບາງ ເມືອງມໍລະດົກໂລກ ໂດຍມີຫລາຍຄລິບທີ່ໄດ້ເວົ້າເຖິງການທ່ອງທ່ຽວໃນຮູບແບບປະຢັດ, ວິທີເລືອກລົດຕູ້, ເລືອກຮ້ານອາຫານ, ທີ່ພັກ, ໄດ້ຍ້ອງຍໍຊົມ ເຊີຍຄວາມງົດງາມທາງທຳມະຊາດ, ເຮືອນຊານບ້ານຊ່ອງ, ຄວາມສະອາດຈົບງາມ, ຄວາມງົດງາມຂອງປູຊະນີຍະສະຖານ ແລະ ສະຖານບູຮານ ໃນເມືອງຫລວງພະບາງທີ່ສົມກັບເປັນເມືອງມໍລະດົກໂລກ ແຕ່ໃນຂະນະດຽວກັນກໍໄດ້ມີບາງຄລິບທີ່ເວົ້າເຖິງ ຂໍ້ເສຍ ຂໍ້ຄົງຄ້າງ ໃນແງ່ຕຳໜິວິຈານທີ່ຄວນປັບປຸງແກ້ໄຂ ເພື່ອເຮັດໃຫ້ມີຄວາມສົມບູນແບບຂຶ້ນຕື່ມ  ໃນຈຳນວນຄລິບທີ່ເຜີຍແຜ່ໄປນັ້ນ ຄົນສ່ວນຫລາຍຕ່າງກໍເຫັນດີນຳໃຫ້ພາກສ່ວນກ່ຽວ ຂ້ອງລົງກວດກາ ແລະ ນຳໄປປັບປຸງແກ້ໄຂໃຫ້ດີຂຶ້ນ ແຕ່ໃນຂະນະດຽວກັນກໍມີບາງຄົນອອກມາຄັດ ຄ້ານ ແລະ ສະແດງຄວາມຄິດເຫັນທີ່ບໍ່ມີເຫດຜົນ ພ້ອມທັງດ່າ ດ້ວຍຖ້ອຍຄຳຕ່າງໆນານາ ແລະ ບາງຄົນເຖິງຂັ້ນຂົ່ມຂູ່ຈະທຳຮ້າຍຮ່າງກາຍຜູ້ກ່ຽວກໍມີ.

ນີ້ສະແດງໃຫ້ຮູ້ວ່າ: ການໂພສ ການແບ່ງປັນ ຄລິບຕ່າງໆຜ່ານສື່ອອນລ່າຍນັ້ນມັນມີທັງຜົນດີແລະຜົນເສຍໂດຍກົງຕໍ່ອົງການຈັດຕັ້ງຕ່າງໆ ທັງພາກລັດ, ເອກະຊົນ ແລະ ບຸກຄົນທົ່ວໄປ, ຕໍ່ຕົວຜູ້ທີ່ໂພສ ແລະ ລົງຂ່າວນັ້ນໆ, ມັນຈະເປັນເລື່ອງດີຖ້າຫາກສິ່ງນັ້ນມີມູນຄວາມຈິງເພື່ອເປັນການຕຳໜິກໍ່ສ້າງປັບປຸງໃຫ້ດີຂຶ້ນ ແຕ່ຖ້າຫາກຂາດຂໍ້ມູນຫຼັກຖານຄວາມເປັນຈິງ ຫຼື ເປັນທີ່ສົງໃສແລ້ວມັນຈະນຳເອົາຄວາມເດືອດ ຮ້ອນມາສູ່ຕົນເອງ ດັ່ງນັ້ນກ່ອນຈະສົ່ງຈະໂພສ ສິ່ງໃດສິ່ງນຶ່ງລົງຜ່ານສື່ອອນລ່າຍຕ້ອງຄຳນຶງເຖິງຫຼັກມູນຄວາມເປັນຈິງ ສຳຄັນແມ່ນຄວນຍອມຮັບເອົາຜົນທີ່ຈະຕາມມາ ຖ້າບໍ່ດັ່ງນັ້ນ ອາດຈະເຂົ້າທຳນອງທີ່ວ່າ: ໄວປາກເສຍສິນ ໄວຕີນຕົກກົກໄມ້ ລີງໄວພໍ້ໄມ້ໂດກ ກໍ່ເປັນໄດ້.

ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ - 4 - ສື່ອອນລາຍ ຖ້ານຳໃຊ້ໃນທາງດີຈະມີປະໂຫຍດ  ແຕ່ ນຳໃຊ້ບໍ່ຖືກຕ້ອງ ຈະໃຫ້ໂທດເຖິງຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!