ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ວຽກພັດທະນາກຸ່ມບ້ານຈຽງຕູບ ເມືອງເຊໂປນ

ວັນທີ 7 ກຸມພາ 2024, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານ ແລະ ລົງຊີ້ການພັດທະນາໃນເຂດກຸ່ມບ້ານຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະກໍໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງຈາກເສັ້ນ ທາງ 28A ຫາ ບ້ານນາ ເມືອງເຊໂປນ ເຊິ່ງການກໍ່ສ້າງເສັ້ນທາງດັ່ງກ່າວ ເຫັນວ່າມີຄວາມຄືບໜ້າຫລາຍສົມຄວນ. ພ້ອມທັງໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ໂຮງຮຽນກິນນອນກຸ່ມບ້ານຈຽງຕູບ ແລະ ລົງສຳຫລວດຕົວຈິງ ເບິ່ງພື້ນທີ່ຈັດສັນໃໝ່ທີ່ມີແຜນຈະກໍ່ສ້າງໂຮງໝໍນ້ອຍ, ໂຮງຮຽນ, ປັດຈຸບັນໄດ້ມີການບຸກເບີກພື້ນທີ່ໄປດັ່ງກ່າວແລ້ວ ແລະ ໄດ້ວາງແຜນຜັງການກໍ່ສ້າງຕ່າງໆ. ພ້ອມນີ້, ທ່ານເຈົ້າແຂວງ ໄດ້ຊີ້ນຳໃຫ້ຄະນະປົກຄອງບ້ານ ປຶກສາຫາລືກັນກັບປະຊາຊົນໃນການຍົກຍ້າຍປ່າຊ້າຂອງບ້ານ(ນອນໃນເຂດດິນຈັດສັນໃໝ່) ໄປຕັ້ງບ່ອນໃໝ່ທີ່ເໝາະສົມ, ຂະຫຍາຍເນື້ອທີ່ເຂດສະຫງວນບ່ອນຈັດສັນອອກໄປອີກ, ກຳນົດຂອບເຂດ ແລະ ບຸກເບີກໃຫ້ສຳເລັດ ເພື່ອຮອງຮັບການພັດທະນາໃນຕໍ່ໜ້າ.
ຈາກນັ້ນ, ທ່ານ ເຈົ້າສະຫວັນນະເຂດ ກໍໄດ້ໄປພົບປະຢ້ຽມຢາມ-ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ບ້ານສົບສະລູ, ກຸ່ມບ້ານຈຽງຕູບ ແລະ ລົງຕິດຕາມພື້ນຖານການຜະລິດຂອງປະຊາຊົນ (ການປູກເຂົ້ານາແຊງ ແລະ ປູກຢາງພາລາ), ລົງຕິດຕາມການບຸກເບີກເນື້ອທີ່ທຳການຜະລິດກະສິກຳ (ປູກພືດອາຍຸສັ້ນ) 200 ເຮັກຕາ. ພ້ອມທັງໂອ້ລົມຄະນະພັກຮາກຖານກຸ່ມບ້ານຈຽງຕູບ ໂດຍໄດ້ເນັ້ນໃຫ້ ຄະນະພັກ-ຄະນະນໍາ ຕ້ອງກຳໃຫ້ໄດ້ໜ້າທີ່ການເມືອງຂອງຕົນ (ຕາມຂໍ້ກໍານົດເລກທີ 416/ຄລສພ, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫລື ບ້ານໃຫຍ່); ໃຫ້ເກັບກຳຂໍ້ມູນລະອຽດຂອງແຕ່ລະຄອບຄົວ, ແຕ່ລະບ້ານເພື່ອໃຫ້ຮູ້ສະພາບຈຸດພິເສດ, ທ່າແຮງ ເພື່ອມາວາງແຜນພັດທະນາໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ເປົ້າໝາຍແມ່ນເພື່ອສ້າງເປັນບ້ານໃຫຍ່ ແລະ ພັດທະນາ ໄປສູ່ການສ້າງຕົວເມືອງນ້ອຍໃນຊົນນະບົດ.