ຈູດໃບອ້ອຍແຫ້ງຢູ່ສວນ ແລ້ວເກີດໄຟໄໝ້ລາມໄປໃສ່ສວນອ້ອຍຄົນອື່ນ 10 ເຈົ້າ ເສຍຫາຍ 7,8 ເຮັກຕາ

ເຈົ້າໜ້າທີ່ກອງຕໍາຫລວດຈະລາຈອນ-ມອດໄຟ ກອງບັນຊາການ ປກສ ເມືອງສິງ ແຂວງຫລວງນ້ຳທາ ລາຍງານວ່າ: ວັນທີ 29 ມັງກອນ ຫາ ວັນທີ 5 ກຸມພາ 2024 ໄດ້ເກີດໄຟໄໝ້ສວນອ້ອຍ ຢູ່ເຂດບ້ານ ຕາປ້າວ, ບ້ານ ນາຄຳ ແລະ ບ້ານ ສີລິມຸນ ເມືອງສິງ, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຮີບຮ້ອນຈັດກຳລັງ ພ້ອມລົດດັບເພີງ 2 ຄັນ ລົງໄປສະຖານທີ່ເກີດເຫດ ແລະ ສົບທົບກັບປະຊາຊົນຊ່ວຍກັນຊີດນ້ຳສະກັດໄຟ ເພື່ອປ້ອງກັນບໍ່ໃຫ້ໄຟໄໝ້ລຸກລາມໄປ ຫາສວນອ້ອຍ ແລະ ສວນຢາງພາລາຂອງປະຊາຊົນໃກ້ຄຽງ ຈົນສາມາດຄວບຄຸ້ມໄຟໄວ້ໄດ້ສໍາເລັດ. ສຳລັບຜົນເສຍຫາຍຈາກໄຟໄໝ້ຄັ້ງນີ້ມີສວນອ້ອຍ 10 ເຈົ້າ, ເນື້ອທີ 7,8 ເຮັກຕາ ມູນຄ່າປະມານ 85 ລ້ານກີບ.
ສາເຫດແມ່ນເກີດຈາກເຈົ້າຂອງສວນອ້ອຍທີ່ຢູ່ຕິດກັນໄດ້ອະນາໄມສວນ ແລ້ວຈູດໃບອ້ອຍແຫ້ງເສດເຫລືອ ແລະ ເນື່ອງຈາກວ່າໃບອ້ອຍນັ້ນແຫ້ງ ເປັນສະນວນທີ່ຕິດໄໝ້ໄດ້ງ່າຍ ສົມທົບເວລາຈູດແມ່ນມີລົມພັດແຮງ ຈຶ່ງພາໃຫ້ເກີດເປັນແປວໄຟລຸກໄໝ້ ແລ້ວປິວໄປຕົກໃສ່ສວນອ້ອຍທີ່ຢູໃກ້ຄ້ຽງ ແລ້ວເກີດອັກຄີໄພດັ່ງກ່າວ.