ມຽນມາ-ບັງກະລາເທດ ຕັ້ງໜ່ວຍງານ ຮ່ວມແກ້ໄຂບັນຫາໂຣຮິງຢາ
ເຈົ້າໜ້າທີ່ລະດັບສູງຂອງລັດຖະບານມຽນມາ ແລະ ບັງກະລາເທດ ເຫັນພ້ອມຮ່ວມກັນໃນການຈັດຕັ້ງໜ່ວຍງານເພື່ອນຳໄປສູ່ການສົ່ງກັບຜູ້ລີ້ໄພຊາວໂຣຮິງຢາຈາກບັງກະລາເທດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງທາກາ ປະເທດບັງກະລາເທດ ໃນວັນທີ 3 ຕຸລາວ່າ: ທ່ານ ອາບູລ ຮຳຊັນ ມາມູດ ອາລີ ລັດຖະມົນຕີກະຊວງການຕ່າງປະເທດບັງກະລາເທດ ກ່າວພາຍຫລັງພົບປະຫາລືກັບທ່ານ ຈໍ ຖິນ ສວຍ ທີ່ປຶກສາປະຈຳທຳນຽບມົນຕີແຫ່ງລັດຂອງມຽນມາ ຢູ່ນະຄອນຫລວງທາກາ ໃນວັນທີ 2 ຕຸລາວ່າ: ທັງສອງປະເທດເຫັນພ້ອມກັນໃນການຫລຸດຜ່ອນວິກິດດ້ານມະນຸດສະທຳຂອງຜູ້ລີ້ໄພຊາວໂຣຮິງຢາດ້ວຍແນວທາງສັນຕິ ໂດຍໃນເບື້ອງຕົ້ນກຽມຈັດຕັ້ງໜ່ວຍງານລະດັບທະວີພາຄີ ເພື່ອການສົ່ງກັບຜູ້ລີ້ໄພຊາວໂຮຮິງຢາຈາກບັງກະລາເທດກັບມຽນມາ.