ຊາຍອາຍຸ 57 ປີ ຕົກຕົ້ນໄມ້ຢູ່ໃນປ່າ 3 ຄືນຈຶ່ງມີຄົນເຫັນ ກູ້ໄພນຳຕົວສົ່ງໂຮງໝໍຢ່າງປອດໄພ
February 10, 2024 - 3:03 PM

ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຜູ້ປະສົບໄພ ແຂວງໄຊຍະບູລີ ລາຍງານວ່າ: ເວລາ 12:16 ນາທີ ຂອງວັນທີ 10 ກຸມພາ 2024 ໄດ້ຮັບແຈ້ງເຫດວ່າພົບຜູ້ເຖົ້າຕົກຕົ້ນໄມ້ໃນປ່າ ຢູ່ບ້ານນາໄຮ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ທີມງານກູ້ໄພເຂົ້າກວດສອບເຫດພົບຜູ້ບາດເຈັບ 1 ຄົນ ເພດຊາຍ ຂາຫັກເບື້ອງຊ້າຍ.
ຕາມການສອບຖາມຜູ້ປະສົບເຫດເວົ້າວ່າຕົນເອງໄດ້ຕົກຕົ້ນໄມ້ແລ້ວຊ່ວຍຕົວເອງບໍ່ໄດ້ ລຸກບໍ່ໄດ້ ຈຶ່ງນອນຢູ່ປ່າບ່ອນເກີດເຫດເປັນເວລາ 3 ຄືນແລ້ວ. ຮ່າງກາຍຂາດນໍ້າ ແລະ ອາຫານ ໜ່ວຍກູ້ຈຶ່ງປະຖົມພາຍາບານເບື່ອງຕົ້ນແລ້ວນຳຕົວສົ່ງໂຮງໝໍ.