ເມືອງກະລຶມກຽມສະເຫລີມສະຫລອງວັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

- 147777 - ເມືອງກະລຶມກຽມສະເຫລີມສະຫລອງວັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
- kitchen vibe - ເມືອງກະລຶມກຽມສະເຫລີມສະຫລອງວັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ເມື່ອບໍ່ດົນມານີ້, ຢູ່ຫ້ອງ ວ່າ ການປົກຄອງເມືອງກະລຶມ ແຂວງເຊກອງ ໄດ້ມີກອງປະຊຸມ ປຶກສາຫາລືກະກຽມສະເຫຼີມ ສະຫຼອງວັນສາກົນຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ ຈະຈັດຂຶ້ນໃນວັນທີ 25 ພະຈິກ ທີ່ຈະເຖິງນີ້.

 

- Visit Laos Visit SALANA BOUTIQUE HOTEL - ເມືອງກະລຶມກຽມສະເຫລີມສະຫລອງວັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

+ ເມືອງກະລຶມມອບເງິນໃຫ້ຄອບຄົວຜູ້ເສຍສະຫລະຊີວິດໃນປາງສົງຄາມ

+ ອົງການສຸພານິມິດຮຽກຮ້ອງໃຫ້ຊຸມຊົມມີສ່ວນຮ່ວມໃນການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ໄວໜຸ່ມ

 

ທ່ານ ນາງ ແມມ ແກ້ວສົມສີ, ປະທານ ສະຫະພັນ ແມ່ຍິງເມືອງໄດ້ຂື້ນຜ່ານຂໍ້ຕົກ ລົງຂອງທ່ານເຈົ້າເມືອງກະລຶມ ສະບັບເລກທີ 456/ຈມ.ກລ, ລົງວັນທີ 29 ກັນຍາ 2017 ວ່າ ດ້ວຍແຕ່ງຕັ້ງຄະນະກຳມາທິ ການເພື່ອຄວາມກ້າວໜ້າແມ່ ຍິງ, ກຳມາທິການເພື່ອແມ່ ແລະ ເດັກນ້ອຍ ແລະ ຂ້ໍຕົກລົງວ່າ ດ້ວຍ ແຕ່ງຕັ້ງອະນຸກຳມະການຮັບ ພິດຊອບຈັດງານສະເຫຼີມສະ ຫຼອງວັນສາກົນຢຸດຕິການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງຜູ້ເຂົ້າ ຮ່ວມໄດ້ປະກອບຄຳຄິດຄຳເຫັນ ຢ່າງກົງໃປກົງມາ, ຕໍ່ບັນດາທິດ ທາງແຜນການເຄື່ອນໄຫວ, ເພື່ອຈະໄດ້ປັບປຸງແກ້ໄຂໃຫ້ທັນ ການໃນໂອກາດນີ້, ທ່ານ ຮອງ ເຈົ້າເມືອງກະລຶມ ໄດ້ເນັ້ນໃຫ້ ຄະນະກຳມະການຮັບພິດຊອບ ຈົ່ງກະກຽມແຜນວຽກ, ແຜນ ເງິນຢ່າງລະອຽດ, ພ້ອມນັ້ນກໍ ຕ້ອງເອົາໃຈໃສ່ສ້າງຂະບວນ ການກິລາ; ສີລະປະ- ວັນນະຄະ ດີ; ການອານາໄມປະດັບປະດາ ແລະ ສ້າງກິດຈະກຳຕ່າງໆໃຫ້ ເປັນຂະບວນຟົດຟື້ນ, ກະກຽມ ເຮືອນພັກ, ຮ້ານອາຫານໃຫ້ ພຽງພໍໄວ້ຮອງຮັບແຂກຈາກ ຕ່າງເມືອງ, ຕ່າງແຂວງ ແລະ ເອົາໃຈໃສ່ວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ຢ່າງເຂັມງວດເພື່ອເຮັດໃຫ້ງານ ສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ຮັບຜົນສຳເລັດຈົບງາມ.

 

- 4 - ເມືອງກະລຶມກຽມສະເຫລີມສະຫລອງວັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!