ເຈົ້າໜ້າທີ່ຈັດກຳລັງຫລາຍຮ້ອຍຄົນຮັກສາຄວາມສະຫງົບງານບຸນຊ່ວງເຮືອທ່າວັດຈັນ.
October 3, 2017 - 10:11 PM

ຕາມການລາຍງານຂອງທ່ານ ວົງສຸກໃຈ ວົງຊາລະສິດ ຫົວໜ້າກອງຕຳຫລວດຈະລາຈອນເມືອງຈັນທະບູລີ ໃຫ້ຮູ້ວ່າ: ໄດ້ຈັດກໍາລັງເຈົ້າໜ້າທີ່ຫລາຍຮ້ອຍຄົນລົງຮັກສາຄວາມສະຫງົບ ແລະ ຊ່ວຍລະບາຍການສັນຈອນໃຫ້ມີຄວາມສະດວກຕາມຈຸດ 3 ແຍກ, 4 ແຍກໃນເຂດງານບຸນຊ່ວງເຮືອປະເພນີທ່າວັດຈັນແຕ່ວັນທີ 4-6 ຕຸລານີ້, ໂດຍເຂດເມືອງຈັນທະບູລີມີ 15 ຈຸດໃຊ້ກຳລັງເຈົ້າໜ້າທີ່ຮ້ອຍກວ່າຄົນ, ເມືອງສີໂຄດຕະບອງ 8 ຈຸດໃຊ້ກຳລັງເຈົ້າໜ້າທີ່ 30 ກວ່າຄົນ ແລະ ເມືອງສີສັດຕະນາກ 7 ຈຸດໃຊ້ກຳລັງເຈົ້າໜ້າທີ່ 20 ກວ່າຄົນ. ນອກນີ້ຍັງມີກໍາລັງເຈົ້າໜ້າທີ່ຈະລາຈອນນະຄອນຫລວງມາສົມທົບອີກຈໍານວນຫລາຍເພື່ອຮັບປະກັນໃຫ້ງານບຸນປະເພນີດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພດີ.