ສານແຂວງອຸດົມໄຊຕັດສີນລົງໂທດຜູ້ຄ້າຢາເສບຕິດ

ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງອຸດົມໄຊ, ໄດ້ຕັດສີນລົງໂທດທ້າວ ພອນໄຊ (ເຮີ) ອາຍຸ 28 ປີຢູ່ບ້ານນາແສນຄຳເມືອງໄຊ ໃຫ້ຈໍາຄຸກເປັນເວລາ 3 ປີພ້ອມປັບໄໝ 20 ລ້ານກີບ ແລະ ທ້າວ ເຢຍເຮີ ອາຍຸ 28 ປີຢູ່ບ້ານຮອງທູ ເມືອງງາແຂວງອຸດົມໄຊ ໃຫ້ຈໍາຄຸກເປັນເວລາ 5 ປີພ້ອມປັບໄໝ 10 ລ້ານກີບ, ໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍທັງສອງຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອກາງປີ 2017 ພ້ອມຂອງກາງເຮໂຣອິນ 11 ຖົງນ້ອຍ ແລະ ຢາບ້າ 70 ກວ່າເມັດ.
ແຫລ່ງຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງອານຸວົງແຂວງໄຊສົມບູນ ສາມາດຈັບຜູ້ຄ້າຂາຍຢາເສບຕິດມາດໍາເນີນຄະດີຄື: ທ້າວ ຄຳເພັດ (ເຕື່ອຍ) ອາຍຸ 24 ປີ ແລະ ນາງ ນູວ່າງ (ເຢົ່າຊົ່ງ) ອາຍຸ 25 ປີທັງສອງເປັນຜົວເມຍກັນຢູ່ບ້ານພູຫົວຊ້າງເມືອງອານຸວົງ, ພ້ອມຂອງກາງຢາບ້າ 323 ເມັດຊຸກເຊື່ອງໄວໃນເຮືອນ, ເຈົ້າໜ້າທີ່ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ໃນອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ຜົ້ງສາລີ ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານຈາຄຳປາເມືອງຜົ້ງສາລີ ແລະ ພົບເຫັນຂອງກາງຝິ່ນຫລາຍກວ່າ 3 ກິໂລ, ຈຶ່ງໄດ້ຈັບຕົວເຈົ້າຂອງເຮືອນຊື່ທ້າວ ປາຊ້າງ ມາສືບສວນ-ສອບສວນ ແລະ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດຫລາຍຄັ້ງ ແລະ ຝິ່ນດັ່ງກ່າວໄດ້ຊື້ມາຈາກເຄືອຂ່າຍຂະບວນດຽວກັນເພື່ອຈະໄປຂາຍໃຫ້ລູກຄ້າ, ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ.
ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.