ກອງທຶນການເງິນສາກົນ-ທະນາຄານໂລກ ເຕືອນ ສົງຄາມຢູ່ເຂດກາຊາ-ທະເລແດງ ຄຸກຄາມເສດຖະກິດໂລກ

ກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ ກ່າວເຕືອນວ່າ: ສົງຄາມຢູ່ເຂດກາຊາ ແລະ ການໂຈມຕີທີ່ກ່ຽວຂ້ອງຕໍ່ເຮືອບັນທຸກສິນຄ້າຢູ່ທະເລແດງ ເຮັດໃຫ້ເກີດໄພຄຸກຄາມຕໍ່ເສດຖະກິດໂລກ.
ວັນທີ 13 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ຄຣິສຕາລິນາ ກໍເກຍວາ ຜູ້ຈັດການໃຫຍ່ຂອງ IMF ກ່າວໃນກອງປະຊຸມສຸດຍອດລັດຖະບານໂລກ (WGS) ວ່າ: ສົງຄາມອິດສະລາແອນ-ຮາມັດ ເຊິ່ງດໍາເນີນມາແຕ່ເດືອນຕຸລາປີຜ່ານມາ ສົ່ງຜົນກະທົບຕໍ່ເສດຖະກິດຂອງພາກພື້ນຕາເວັນອອກກາງກັບອາຟຣິກາເໜືອແລ້ວ ແລະ ອາດລຸກລາມໄປທົ່ວໂລກໄດ້ ຖ້າການສູ້ຮົບຍືດເຍື້ອຍາວນານ.
ໃນເດືອນຜ່ານມາ, ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ ເຕືອນວ່າ: ປະລິມານການເຈລະຈາທາງການຄ້າຜ່ານຄອງສຸເອຊ ຫລຸດລົງຫລາຍກວ່າ 40% ໃນໄລຍະ 2 ເດືອນກ່ອນໜ້ານີ້ ເຊິ່ງນາງ ກໍເກຍວາ ກ່າວວ່າ: ຖ້າມີຜົນທີ່ຕາມມາອື່ນໆໃນແງ່ຂອງທິດທາງການສູ້ຮົບ ອາດສ້າງບັນຫາເພີ່ມຂຶ້ນໃຫ້ໂລກໂດຍລວມໄດ້.
ເຖິງວ່າມີຄວາມບໍ່ແນ່ນອນຫລາຍປະການທີ່ກ່ຽວຂ້ອງກັບສົງຄາມ, ແຕ່ນາງ ກໍເກຍວາ ກ່າວວ່າ: IMF ມີຄວາມໝັ້ນໃຈວ່າ: ເສດຖະກິດໂລກກໍາລັງເຂົ້າສູ່ສະພາບຊົງຕົວຕາມຫລາຍຝ່າຍຄາດຫວັງ.
ນອກຈາກນີ້, ທ່ານ ອາເຈ ບັງກາ ປະທານທະນາຄານໂລກ ຍັງກ່າວໃນກອງປະຊຸມສຸດຍອດວ່າ: ສິ່ງທີ່ເກີດຂຶ້ນຢູ່ເຂດກາຊາ ລວມທັງຄວາມທ້າທາຍຢູ່ອູແກຣນ ແລະ ທະເລແດງ ຖືເປັນຄວາມທ້າທາຍອັນດັບຕົ້ນໆຕໍ່ທ່າອ່ຽງຂອງເສດຖະກິດໂລກ ເຊິ່ງສິ່ງນີ້ຈໍາເປັນຕ້ອງເຝົ້າຕິດຕາມຢ່າງໃກ້ຊິດ.