ອິນເດຍເຂົ້າມາລົງທຶນ ຢູ່ ສປປ ລາວ ມູນຄ່າ 314 ລ້ານໂດລາສະຫາລັດ ລວມມີ 311 ຫົວໜ່ວຍທຸລະກິດ.

ວັນທີ 12 ກຸມພາ 2024, ກອງປະຊຸມທຸລະກິດ ແລະ ການລົງທຶນລະຫວ່າງ ອິນເດຍ-ລາວ, ໂດຍການເຂົ້າຮ່ວມຂອງທ່ານ ປຣາຊານ ອາກຣໍວາລ ເອກອັກຄະລັດຖະທູດອິນເດຍປະຈຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ Rajiv Singh ຜູ້ອຳນວຍການໃຫຍ່ສະພາການຄ້າອິນເດຍ ທ່ານ Dato Ramesh Kodammal ປະທານສະພາທຸລະກິດອາຊຽນ-ອິນເດຍ.
ທ່ານ ທະນົງສິງ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຮ່ວມມືລະຫວ່າງສະພາການຄ້າລາວ ແລະ ສະພາທຸລະກິດອິນເດຍແມ່ນເຮັດວຽກນຳກັນຢ່າງໃກ້ຊິດ ແລະ ຮ່ວມງານຕ່າງໆດ້ວຍກັນ ໂດຍໄດ້ຊຸກຍູ້ໃກ້ບັນດາການນຳພາກສ່ວນທຸລະກິດມີສ່ວນຮ່ວມ ຮ່ວມມື ແລະ ເຂົ້າຮ່ວມງານສຳຄັນຕ່າງໆ ໃນຮູບແບບກອງປະຊຸມທາງໄກ ແລະ ແບບເຊິ່ງໜ້າ ລວມທັງ ການແລກປ່ຽນຢ້ຽມຢ້າມບັນດາການນຳຂັ້ນສູງລະຫວ່າງປະເທດລາວ-ອິນເດຍ ແລະ ອື່ນໆ ພ້ອມນີ້ຍັງມີໂອກາດສູງໃນການລົງທຶນດ້ານກະສິກຳ ແລະ ປຸງແຕ່ງອາຫານ ການຂຸດຄົ້ນແຫລ່ງຊັບພະຍາກອນບໍ່ແຮ່ ການທ່ອງທ່ຽວ ແລະ ຂະແໜງການອື່ນໆ.
ກອງປະຊຸມຄັ້ງນີ້ ຫວັງຢ່າງຍິ່ງວ່ານັກທຸລະກິດອິນເດຍ ຫຼື ສະພາທຸລະກິດອາຊຽນ-ອິນເດຍຈະຊ່ວຍສົ່ງເສີມການລົງທຶນ ແລະ ພັດທະນາຢູ່ ສປປ ລາວ ໂດຍສະເພາະການຮ່ວມມືກັບບໍລິສັດລາວ ໃນຫລາຍໆຂະແໜງການ ເພື່ອຕ່າງຝ່າຍຕ່າງພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ການລົງທຶນທຸລະກິດຢູ່ລາວ ບໍ່ພຽງແຕ່ສາມາດເຂົ້າເຖິງຕະຫລາດລາວ ແຕ່ຍັງສາມາດເຂົ້າເຖິງຕະຫລາດອາຊຽນອີກດ້ວຍ ໂດຍມີປະຊາກອນທັງໝົດ 600 ລ້ານຄົນ ປັດຈຸບັນ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ມີໂຄງການຫລາຍໂຄງການພາຍໃຕ້ການພັດທະນາ ແລະ ຕ້ອງການຄວາມຊ່ວຍເຫລືອຈາກນັກທຸລະກິດຕ່າງປະເທດໃນຫລາຍຂະແໜງການເຊັ່ນ: ໂຄງການພະລັງງານ, ກໍ່ສ້າງ, ຂົວທາງ, ກະສິກຳ, ໂຮງແຮມ, ທ່ອງທ່ຽວ, ໄອຊີທີ, ແຜ່ນແພ ແລະ ອື່ນໆ.
ການລົງທຶນຂອງອິນເດຍຢູ່ ສປປ ລາວ ໃນປີ 2008-2023 ມີມູນຄ່າ 314 ລ້ານໂດລາສະຫາລັດ ລວມມີ 311 ຫົວໜ່ວຍທຸລະກິດ.