ຊາຍຜູ້ທີ່ມີໃບປະກາດຫລາຍທີ່ສຸດໃນໂລກ

ເມື່ອບໍ່ດົນມານີ້, ເວບໄຊ ໂອດີຕີເຊັນເຕີ (Odditycen tral) ໄດ້ຍົກປັນຫາທີ່ໜ້າສົນ ໃຈກ່ຽວກັບສາດສະດາຈານ ວີເອັນ ພາຕິບັນ (VN Parthiban) ອາຍຸ 56 ປີ ຢູ່ ປະເທດ ອິນເດຍ ທີ່ມີໃບປະກາດຫລາຍ ທີ່ສຸດໃນໂລກ.

+ ຄວາມພະຍາຍາມໄປສູ່ຄວາມສຳເລັດ ຂຸດບໍ່ນ້ຳດ້ວຍ “ຈົກ” ພຽງຄົນດຽວ
+ ຂົວສູງຊັນທີ່ສຸດໃນໂລກຢູ່ “ປະເທດຍີ່ປຸ່ນ”
ສາດສະດາຈານ ວີເອັນ ພາຕິບັນ (VN Parthiban) ຫລັງຈາກທີ່ລາວຮຽນຈົບເທື່ອ ທຳອິດລາວກໍໄດ້ເຮັດວຽກຢູ່ກະຊວງຍຸຕິທຳ. ແຕ່ກໍເຮັດໃຫ້ລາວ ຍັງບໍ່ຢຸດທີ່ຈະຊອກຮຽນຮູ້ຄົ້ນ ຄວ້າສຶກສາຫລັກສູດຮຽນໃໝ່ໆ.
ດັ່ງນັ້ນຈິ່ງເຮັດໃຫ້ລາວມີ ໃບປະກາດໃບທຳອິດ ແລະ ຈົນ ມີເຖິງ 142 ໃບປະກາດທີ່ຮຽນ ປະລິນຍາໂທຄື: ວິທະຍາສາດ 3 ໃບ, ນິຕິສາດ 8 ໃບ, ການພານິດ 8 ໃບ, ບໍລິຫານທຸລະກິດ 9 ໃບ ແລະ ອື່ນໆ.
ປັດຈຸບັນລາວມີ ເມຍ ແລະ ລູກສາວ 2 ຄົນ, ສ່ວນເມຍ ຂອງ ລາວກໍເປັນນັກສຶກສາທີ່ມັກ ຮຽນ ຄືກັນຈົນໄດ້ຮັບໃບປະກາດ 9 ໃບ. ເຊິ່ງໄດ້ເຮັດໃຫ້ຄອບຄົວ ຂອງສາດສະດາຈານ ວີເອັນ ພາຕິບັນ (VN Parthiban) ໄດ້ສ້າງແຮງບັນດານໃຈ ແລະ ຄວາມພາກພູມໃຈ ທີ່ເປັນແບບ ຢ່າງໃຫ້ກັບນັກສຶກສາທີ່ມັກຊອກ ຮຽນຮູ້ທຸກຄົນ.