ຣິນ ມາດຣິດ ພ້ອມທຸ່ມເງິນຄວ້າ ເຄນ ຄ່າໂຕສຸດໂຫດ
October 4, 2017 - 3:49 PM




ເຄນ ຍິງລວມໄປແລ້ວ 13 ປະຕູ ໃຫ້ກັບ ສະເປີ ແລະ ທີມຊາດອັງກິດ ໃນເດືອນກັນ ຍາຜ່ານມາ ແລະ ກາຍເປັນ ໜຶ່ງໃນກອງໜ້າທີ່ໜ້າຕື່ນຕາ ຕື່ນໃຈທີ່ສຸດໃນໂລກໄປແລ້ວ.
ລາຍງານຫຼ້າສຸດຈາກ “ດອນ ບາລອນ” ສື່ໃນ ສະ ເປນ ລະບຸວ່າ ຣິນ ມາດຣິດ ຮູ້ດີ ວ່າຕອນນີ້ຄ່າໂຕຂອງ ເຄນ ສູງເຖິງ 200 ລ້ານເອີໂຣ ແຕ່ ຟລໍເຣນຕິໂນ ເປເຣດ ປະທານ ສະໂມສອນ ຣິນ ມາດຣິດ ກໍບໍ່ ໄດ້ວິຕົກຫຍັງໃນເລື່ອງນັ້ນ ແລະ ລາວພ້ອມທີ່ຈະເຮັດທຸກ ວິທີທາງເພື່ອເຮັດໃຫ້ ຣິນ ມາດຣິດ ເປັນທີມທີ່ມີກອງໜ້າ ທີ່ດີທີ່ສຸດໃນໂລກ.