ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ

ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ - 426422492 909972591132000 1897443660082399466 n - ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ
ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ - kitchen vibe - ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ

ວັນທີ 14 ກຸມພາ 2024, ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ຈັດກອງປະຊຸມ ສະຫລຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024.

ພັຕ ໜານກອງ ວົງໃຫຍ່ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024; ເຊິ່ງໄດ້ຍົກໃຫ້ເຫັນຜົນງານຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ, ສະແດງອອກໃນການເອົາໃຈໃສ່ກໍາແໜ້ນສະພາບການ, ຊອກຮູ້, ຂຶ້ນບັນຊີເປົ້າໝາຍນັກສືບ ແລະ ພວກປະຕິການແອບແຝງມານໍາການຈັດຕັ້ງສາກົນຕ່າງໆ, ນັກທຸລະ ກິດ, ນັກທ່ອງທ່ຽວ, ຜູ້ມາອອກແຮງງານ ແລະ ອື່ນໆ, ສາມາດອອກບັດຜ່ານແດນ ຈໍານວນ 2763 ໃບ, ຍົກເວັ້ນ 293 ໃບ, ເກັບກໍາສະຖິຕິຄົນຕ່າງປະເທດທີ່ມາດຳລົງຊີວິດ, ປະກອບອາຊີບເຮັດທຸລະກິດ ແລະ ພັກເຊົາຢູ່ເມືອງຕົ້ນເຜິ້ງ ທັງໝົດ 459 ຄົນ, ຍິງ 149 ຄົນ, ມີຄະດີເກີດຂຶ້ນທັງໝົດ 236 ຄັ້ງ, ຜູ້ຖືກຫາ 352 ຄົນ, ຍິງ 26 ຄົນ, ຢຶດຂອງກາງປະເພດຢາບ້າ 10.898.666 ເມັດ, ຢາໄອສ໌ 1.436 ຫໍ່, ເຄຕາມິນ 700 ກິໂລກຼາມ, ເຮໂລອິນ 537 ແທ່ງ, ຄໍລະເຈນ 280 ຊອງ, ຜົງຂາວ 3 ຖົງນ້ອຍ, ລົດໃຫຍ່ 18 ຄັນ, ຮັບຜູ້ຖືກຫາ ດັດສ້າງທັງໝົດ 495 ຄົນ, ຍິງ 24 ຄົນຕ່າງປະເທດ 66 ຄົນ.

ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ - 3 - ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ
ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ - 4 - ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ
ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ - 5 - ປີ 2023  ເມືອງຕົ້ນເຜິ້ງ ຢຶດຢາບ້າໄດ້ 10 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນ ອີກຫລາຍລາຍການ