ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ
![ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ - 777 - ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ - 777 - ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ](https://www.laophattananews.com/wp-content/uploads/2024/02/777.jpg)
ວັນທີ 16 ກຸມພາ 2024, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຮ່ວມເປັນປະທານ ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ (ແຂວງ ຄຳມ່ວນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ກອງພົນທີ 4) ປະຈຳປີ 2023 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2024 ທີ່ແຂວງຄຳມ່ວນ. ເຊິ່ງທ່ານໄດ້ໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການນຳພາ-ຊີ້ນຳ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ, ເຖິງວ່າຈະປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫລາຍປະການ, ແຕ່ໂດຍໄດ້ຮັບການເອົາໃຈ ໃສ່ນຳພາ-ຊີ້ນຳຂອງການນຳຂັ້ນແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກຳລັງປະກອບອາວຸດແຕ່ລະຂັ້ນໄດ້ສຸມທຸກກໍາລັງແຮງເຮັດສໍາເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ ແລະ ຕໍ່ໜ້າສະພາບຄວາມບໍ່ສະຫງົບໃນພາກພື້ນ ແລະ ສາກົນພວມຜັນແປໄປຢ່າງສັນສົນ.
ດັ່ງນັ້ນ, ກຳລັງ ປກຊ- ປກສ ຢູ່ບັນດາແຂວງ, ອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງ ປກຊ- ປກສ ທົ່ວປວງຊົນຮອບດ້ານຂອງພັກເພື່ອຮັບປະກັນໃຫ້ປະເທດຊາດ ກໍຄື 3 ແຂວງ ພາກກາງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
![ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ - image 2 - ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ - image 2 - ປກຊ-ປກສ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນ ເພື່ອຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ ໃຫ້ປະເທດຊາດ](https://www.laophattananews.com/wp-content/uploads/2024/02/image-2.png)