ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ

- 74111112 - ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ
- kitchen vibe - ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ

ພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນ ຫລວງວຽງຈັນ ລະຫວ່າງທ່ານ ພັນເອກ ໄຊສຸວັນ ພັນທະສຸກ ຮັກ ສາການຫົວໜ້າກອງບັນຊາການຜູ້ເກົ່າ ແລະ ທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນ ຊາການຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ຕຸລານີ້, ໂດຍມີທ່ານພົນ ຈັດ ຕະວາ ອາລູ ວາລີຊື ຫົວໜ້າກົມ ໃຫຍ່ການເມືອງກະຊວງປ້ອງ ກັນຄວາມສະຫງົບ, ມີຄະນະ ພັກ-ຄະນະບັນຊາ ແລະ ພາກ ສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ, ເພື່ອປະຕິບັດຕາມການຕົກລົງ ຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

 

- Visit Laos Visit SALANA BOUTIQUE HOTEL - ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ

+ ມອບ-ຮັບສະຖາບັນການແພດເຂດຮ້ອນ ຝຣັ່ງໂກໂຟນີໃຫ້ແກ່ລັດຖະບານລາວ

+ ນະຄອນຫລວງຫາລືສ້າງຂະບວນການບໍລິຈາກເລືອດ

ໂອກາດນີ້, ທ່ານຫົວໜ້າ ກົມໃຫຍ່ການເມືອງກະຊວງ ປກສ ໄດ້ໂອ້ລົມຕໍ່ຄະນະນໍາກອງ ບັນຊາການ ປກສ ນະຄອນ ຫລວງ ຈົ່ງສືບຕໍ່ເພີ່ມທະວີວຽກ ງານສຶກສາອົບຮົມການ ເມືອງ ແນວຄິດໃຫ້ພະນັກງານ-ນັກຮົບ, ປະຕິບັດແບບແຜນວິທີເຮັດ ວຽກເປັນໝູ່ຄະນະ ແລະ ມອບ ໝາຍວຽກໃຫ້ບຸກຄົນຮັບຜິດ ຊອບຢ່າງລະອຽດ, ສືບຕໍ່ແກ້ ໄຂຂໍ້ບົກຜ່ອງຕ່າງໆໃຫ້ໝົດ ໄປ, ພ້ອມທັງເອົາໃຈໃສ່ປັບປຸງ ວຽກງານກໍ່ສ້າງກຳລັງໃຫ້ເຕີບ ໃຫຍ່ເຂັ້ມແຂງ, ໄປຄຽງຄູ່ກັບ ການແກ້ໄຂປາກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນໃນຖັນແຖວ ພະນັກງານ-ນັກຮົບໃຫ້ໝົດໄປ. ສ່ວນທ່ານພັນເອກ ໄຊສຸວັນ ພັນ ທະສຸກແມ່ນໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການປ້ອງກັນ ເຄື່ອນທີ່ກະຊວງປ້ອງກັນຄວາມສະຫງົບ.

 

- 4 - ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!