ຈຳລອງເຫດການຄືນ ຄາຕະກຳເມຍຍ້ອນມີຂໍ້ຂັດແຍ່ງກັນດ້ານຊັບສິນລະຫວ່າງຜົວ-ເມຍ

ວັນທີ 15 ກຸມພາ 2024, ເຈົ້າໜ້າທີ່ພະແນກຕຳຫລວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ນຳຕົວທ້າວ ແຫລ້ ລັດສົມບັດ ອາຍຸ 49 ປີ, ອາຊີບເຮັດນາ, ປັດຈຸບັນຢູ່ ບ້ານ ດົງຄຸງ, ເມືອງໜອງບົກ ໄປເຮັດຈຳລອງເຫດການຄືນ ຫລັງຈາກກໍ່ເຫດການຄາຕະກຳຜູ້ເປັນເມຍ ຊື່ນາງ ບຸນພັກ ລັດສົມບັດ (ແດງ) ອາຍຸ 29 ປີ ໃນວັນທີ 11 ກຸມພາ 2024. ເນື່ອງຈາກພວກກ່ຽວມີຂໍ້ຂັດແຍ່ງກັນທາງດ້ານຊັບສິນລະຫວ່າງ ຜົວ-ເມຍ, ຈົນກາຍໄປສູ່ການຄາຕະກຳໃນຄັ້ງນີ້.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າ ທ້າວ ແຫລ້ ລັດສົມບັດ ຮັບສາລະພາບວ່າ: ໃນຕົ້ນເດືອນກຸມພານີ້ໄດ້ຂໍ້ເງິນນຳນາງ ບຸນພັກ (ເມຍ) ຈຳນວນ 5.000.000 ກີບ ເພື່ອໄປແຕ່ງເຄື່ອງສຽງລົດແຕ່ເມຍບໍ່ໃຫ້, ຈົນຜູ້ກ່ຽວເກີດຄວາມນ້ອຍໃຈຄິດວ່າເມຍຢາກປະຖິ້ມຕົນ, ຕໍ່ມາວັນທີ 10 ກຸມພາ ນາງບຸນພັກ ຜູ້ເປັນເມຍ ໄດ້ຂໍຢ່າຮ້າງກັບຕົນ ແລະ ວັນຕໍ່ມາ ທັງສອງຄົນ ໄດ້ລົມເລື່ອງຢ່າຮ້າງກັນ ທ້າວແຫຼ້ ໄດ້ຂໍເງິນນຳເມຍ 30 ລ້ານກີບ ແຕ່ເມຍບໍ່ໃຫ້, ຈຶ່ງເກີດຜິດຖຽງກັນຢ່າງຮ້າຍແຮງ, ຜູ້ກ່ຽວຈຶ່ງຍ່າງເຂົ້າໄປເອົາພ້າຂໍ ຢູ່ຫ້ອງນອນມາຟັນ ໃສ່ຫົວນາງ, ຟັນແຂນ ແລະ ຟັນກ້ານຄໍ, ນາງບຸນພັກ ໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກຄົນໃກ້ຄຽງ ເຮັດໃຫ້ທ້າວ ຕ້ອມ ອາຍຸ 13 ປີຜູ້ເປັນລູກທີ່ໄດ້ນັ່ງຢູ່ໜ້າເຮືອນໄດ້ຍິນຈຶ່ງໄດ້ແລ່ນເຂົ້າໄປເບິ່ງ ເຫັນພໍ່ໄດ້ໃຊ້ພ້າຂໍຟັນແມ່ ຈົນມີເລືອດອອກ, ເມື່ອທ້າວແຫລ້ເຫັນ ແນວນັ້ນ ໄດ້ຖິ້ມພ້າ ແລ້ວແລ່ນໜີອອກໄປທາງຫລັງເຮືອນ. ສ່ວນທ້າວ ຕ້ອມຜູ້ເປັນລູກ ກໍໄດ້ແລ່ນຂຶ້ນມາຂໍຄວາມຊ່ວຍເຫລືອຈາກປະຊາຊົນໃນບ້ານເພື່ອຊ່ວຍແມ່ສົ່ງໄປໂຮງໝໍ ແຕ່ກໍຊ່ວຍໄວ້ບໍ່ທັນ ເນື່ອງຈາກໄດ້ຮັບບາດເຈັບ ແລະ ເສຍເລືອດຫລາຍ ຈຶ່ງເຮັດໃຫ້ເສຍຊີວິດຄາທີ່.
ຮອດເວລາ 17:30 ໂມງຂອງວັນດຽວກັນ ທ້າວແຫລ້ ໄດ້ເຂົ້າໄປມອບຕົວ ກັບທາງເຈົ້າໜ້າທີ່ ປກສ ກຸ່ມໜອງຜຳ, ເຈົ້າໜ້າທີ່ກັກຕົວໄວ້ ແລ້ວມອບຕໍ່ໃຫ້ ປກສ ເມືອງໜອງບົກ ສົ່ງໄປເຮັດການສອບສວນ-ສືບສວນ ພ້ອມນຳຕົວໄປດຳເນີນຄະດີຕາມລະບຽບກົດໝາຍ.