ອົງການໄອຍະການປະຊາຊົນ ຕ້ອງເຊີດຊູໜ້າທີ່ຮັບຜິດຊອບຂອງຕົນ ດ້ວຍຄວາມບໍລິສຸດໃຈ ມີຈັນຍະບັນ-ຈັນຍະທຳ

ວັນທີ 19 ກຸມພາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊີ້ນຳວຽກງານຮອບດ້ານ ຢູ່ອົງການໄອຍະການປະຊາຊົນແຂວງຫລວງພະບາງ ແລະ ພົບປະ ໂອ້ລົມ ສະມາຊິກພັກ-ພະນັກງານ ທີ່ສາມາດຍາດຜົນງານມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ພະນັກງານທົ່ວອົງການໄອຍະການປະຊາຊົນແຂວງ, ເຂດ ຂອງແຂວງຫລວງພະບາງ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນການເຮັດລ້ອນໜ້າທີ່ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຈັນຍະບັນ, ຈັນຍະທຳ, ລະບອບແບບແຜນວິທີການເຮັດວຽກ, ການພົບປະກັບປະຊາຊົນ.
ນອກນີ້ຕ້ອງສ້າງກົນໄກປະສານງານກັບບັນດາພາກສ່ວນ ກ່ຽວຂ້ອງ, ການສັ່ງຟອງຂຶ້ນສານໂດຍຕົງ, ພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ຂໍ້ຕົກລົງ, ແຈ້ງການ ທີ່ຂັ້ນເທິ່ງວາງອອກ ແລະ ນໍາເອົາເນື້ອໃນຈິດໃຈຊີ້ນໍາໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນການເຮັດວຽກງານຕົວຈິງຢ່າງມີຜົນສໍາເລັດ, ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ.