ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ

ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ -                                                           - ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ
ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ - kitchen vibe - ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ

ວັນທີ 20 ກຸມພາ 2024, ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບລະບົບ ກະແສເງິນຕາຕ່າງປະເທດ ຫລື Capital Flow Management System (CMS) ວ່າ: ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ ຫລື CMS ເຊິ່ງເປັນລະບົບທີ່ສ້າງຂຶ້ນຈາກຄວາມມຸ້ງຫວັງຂອງທະນາຄານ ແຫ່ງ ສປປ ລາວ ເພື່ອພັດທະນາລະບົບເອເລັກໂຕຣນິກ ໃຫ້ທັນສະໄໝສະດວກວ່ອງໄວ ເພື່ອຕິດຕາມກະແສເງິນຕາຕ່າງປະເທດ ຕິດພັນກັບການຄ້າ ການລົງທຶນລະຫວ່າງປະເທດໃນໄຕມາດທີ1 ຂອງປີນີ້ ເຊິ່ງມີຄວາມສໍາຄັນຫລາຍທີ່ນໍາເອົາລະບົບນີ້ມານໍາໃຊ້ ເນື່ອງຈາກຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບຢ່າງໝັກຈາກສະພາບເສດຖະກິດ, ການເງິນ ,ໄພເງິນເຟີ້ ແລະ ອື່ນໆທີ່ເກີດຂຶ້ນໃນທົ່ວໂລກ, ສະນັ້ນ ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ເປັນວຽກໜຶ່ງທີ່ມີຄວາມສໍາຄັນ ແລະ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກການນໍາພັກ-ລັດ ເຊິ່ງຜ່ານມາໄດ້ມີການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດຂຶ້ນໃນກາງປີ 2023 ຜ່ານມາ, ຜ່ານການຈັດຕັ້ງປະຕິບັດເຫັນວ່າສະພາບກະແສເງິນຕາຕ່າງປະເທດໂດຍລວມທີ່ທ່າອ່ຽງດີຂຶ້ນ ຫົວໜ່ວຍສົ່ງອອກແລະ ນໍາເຂົ້າໄດ້ມາລົງທະບຽນ ແລະ ເປີດບັນຊີນໍາທະນາຄານ ບໍ່ຕໍ່າກວ່າ 1.000 ຫົວໜ່ວຍ.

ເຖິງວ່າປັດຈຸບັນການຄຸ້ມຄອງເງິນຕາຕ່າງປະເທດຈະມີທວງທ່າດີຂຶ້ນ ແຕ່ການຕິດຕາມກະແສເງິນຕາ ຈະຕ້ອງຫັນເຂົ້າສູ່ຄວາມທັນສະໄໝຜ່ານລະບົບເອເລັກໂຕຣນິກ ແລະ ທັນກັບສະພາບການຍິ່ງຂຶ້ນ ສະນັ້ນ ຈະຕ້ອງຮີບດ່ວນພັດທະນາລະບົບບໍລິການກະແສເງິນຕາຕ່າງປະເທດນີ້ຂຶ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ບັນດາຜູ້ຄຸ້ມຄອງ ແລະ ຜູ້ຕິດຕາມກະແສເງິນຕາໃຫ້ສາມາດຕິດຕາມຢ່າງທັນກັບສະພາບການຂອງໂລກ. ຍ້ອນແນວນັ້ນ, ເລີ່ມແຕ່ປີ 2023 ມານີ້ ທະນາຄານແຫ່ງ ສປປ ລາວ ໄດ້ມີການສຶກສາ ພັດທະນາສ້າງແບບຈໍາລອງຄວາມຕ້ອງການ ເຊິ່ງລະບົບດັ່ງກ່າວນີ້ ບໍ່ເຄີຍມີມາກ່ອນ ເພາະເປັນລະບົບເຊື່ອມເຂົ້າກັບຖານຂໍ້ມູນຂອງບັນດາຂະແໜງການກະຊວງການເງິນ ຂະແໜງການລົງທຶນ ເຊິ່ງໃນຕໍ່ໜ້າຈະຂະຫຍາຍໄປສູ່ກະຊວງຕ່າງໆຕື່ມອີກ.

ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ ຫລື CMS ເປັນລະບົບທີ່ມີຄວາມປອດໄພສູງ ເນື່ອງຈາກເປັນລະບົບ 3 ເທັຍ ໂດຍຈະມີການແຍກລະດັບການເຂົ້າເຖິງຂໍ້ມູນຢ່າງຊັດເຈນ ແລະ ກໍານົດສິດຂອງການເຂົ້າເຖິງລະບົບທີ່ແຕກຕ່າງກັນຂອງຜູ້ນໍາໃຊ້ ມີລະບົບຖານດາຕ້າເຊັນເຕີໃນການເກັບກໍາຂໍ້ມູນ ເຊິ່ງຮັບປະກັນທີ່ສຸດໃນການເຂົ້າເຖິງລະບົບສະເພາະຂອງຜູ້ນໍາໃຊ້ ແລະ ມີລະບົບປ້ອງກັນ ບໍ່ໃຫ້ບຸກຄົນທີ່ສາມສາມາດເຂົ້າເຖິງ ຖືຄວາມປອດໄພຂອງລະບົບຂໍ້ມູນເປັນອັນດັບສຳຄັນທີ່ສຸດຂອງຜູ້ຊົມໃຊ້. ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດຈະເລີ່ມທົດລອງນໍາໄຊ້ໃນໄຕມາດທີ1 ຂອງປີນີ້.

ຂ່າວ: ວິທະຍຸແຫ່ງຊາດ

ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ - 5 - ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ
ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ - 4 - ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ
ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ - 3 - ທະນາຄານແຫ່ງ ສປປ ລາວ ຈະນໍາໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ CMS ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ