ໂຕະເຮັດວຽກຮົກແມ່ນຄົນເຮັດວຽກຢ່າງມີປະສິດທິພາບແທ້ບໍ່ ?

ໂຕະເຮັດວຽກກໍປຽບດັ່ງອານາຈັກສ່ວນໂຕນ້ອຍໆຂອງທ່ານ ບາງຄົນກໍອາດເບິ່ງເປັນລະບຽບຮຽບຮ້ອຍຈົບງາມ, ແຕ່ບາງ ຄົນກໍຮົກເຮື້ອເຖິງຂັ້ນແມງສາບເຂົ້າໄປລີ້ຢູ່ແລ້ວຫາບໍ່ເຫັນ ເຊິ່ງແນ່ນອນວ່າໂຕະເຮັດວຽກທີ່ສະອາດຈະເປັນຕາເບິ່ງໃນສາຍຕາຂອງຄົນທົ່ວໄປ ລວມເຖິງຫົວໜ້າຂອງທ່ານນຳ ເພາະສະແດງໃຫ້ເຫັນເຖິງຄວາມມີລະບຽບຂອງເຈົ້າຂອງໂຕະ.
ແຕ່ຫລ້າສຸດ ສາດສະດາຈານ ເອຣິກ ອຳຣາຮຳສັນ ຜູ້ປະພັນໜັງສືເລື່ອງ “A Perfect Mess” ໄດ້ສະແດງຄວາມຄິດເຫັນໄວ້ໃນໜັງສືືເລື່ອງ “A Perfect Mess” ວ່າ : ຄວາມຈິງແລ້ວຄົນທີ່ມີໂຕະເຮັດວຽກຮົກເຮື້ອນັ້ນບໍ່ແມ່ນຄົນກຽດຄ້ານ, ແຕ່ເປັນຄົນເຮັດວຽກຢ່າງມີປະສິດທິພາບດັ່ງອັດສະລິຍະບຸກຄົນຫລາຍຄົນຂອງໂລກ.
ໂດຍປົກກະຕິແລ້ວ ຫົວໜ້າຈຳນວນຫລາຍມັກຮ້າຍລູກນ້ອງທີ່ມີໂຕະເຮັດວຽກຮົກເຮື້ອ, ແຕ່ຄວາມຈິງແລ້ວພວກເຂົາອາດເຮັດວຽກໄດ້ດີກ່ວາຄົນອື່ນໆ ເນື່ອງຈາກຄວາມຮົກເຮື້ອນັ້ນເປັນສັນຍະລັກຂອງບຸກຄົນກຳລັງກ້າວສູ່ຄວາມສົນໃຈຫລັກໄປຍັງວຽກຂອງເຂົາ ແລະ ບັນຫາໂຕະຮົກຂອງຄົນປະເພດນີ້ກໍສະແດງໃຫ້ເຫັນວ່າພວກເຂົາເປັນຄົນເຮັດວຽກຫລາຍ ແລະ ເຮັດວຽກໄວອີກ ໂດຍ ສາດສະດາຈານ ເອຣິກ ໄດ້ຍົກໂຕຢ່າງບຸກຄົນອັດສະລິຍະ ດັ່ງທ່ານ ອັລເບີດ ໄອ ສະໄຕ ນັກວິທະສາດເຈົ້າຂອງທິດສະດີສຳພັນທະພາບ ແລະ ທ່ານ ໂຣອັລ ດາລ ນັກຂຽນຊາວເວລຊື່ດັງ ທີ່ທັງສອງມີຊື່ສຽງໃນເລື່ອງໂຕະຮົກເຮື້ອຫລາຍ.
ຄວາມຮົກເຮື້ອນັ້ນບໍ່ແມ່ນສິ່ງທີ່ຈຳເປັນທີ່ຈະມີຄວາມເປັນລະບຽບເຂົ້າມາຄວບຄຸມ ໂຕຢ່າງວ່າເຮົາສາມາດເບິ່ງປະກົດການຂອງກຸ່ມ ຊິລິຄອນ ວັລເລ ເພາະເຖິງວ່າຈະເບິ່ງວຸ້ນວາຍ, ແຕ່ມັນເປັນລັກສະນະການເຮັດວຽກຂອງບໍລິສັດທີ່ຫລາກຫລາຍແຕກຕ່າງກັນ ເຮັດວຽກໃກ້ຊິດກັນ ແລະ ສ້າງສັນໄອເດຍໃໝ່ໆຂຶ້ນມາ. ສິ່ງສຳຄັນທີ່ສຸດຂອງໂຕະເຮັດວຽກຮົກເຮື້ອນັ້ນກໍຄື ວຽກທີ່ຮີບດ່ວນຈະຢູ່ໃກ້ທີ່ສຸດ ຂະນະທີ່ສິ່ງທີ່ບໍ່ຈຳເປັນທີ່ສາມາດປ່ອຍປະໄວ້ໄດ້ ຈະຖືກຖິ້ມໃຫ້ຢູ່ກ້ອງກອງໜັງສືທີ່ຮົກເຮື້ອນັ້ນ ສິ່ງນີ້ສະທ້ອນເຖິງຄວາມມີເຫດຜົນໄດ້ຢ່າງສົມບູນແບບ.