ອາເຈນຕິນາ, ປາຣັກໄກວ ແລະ ອຸຣຸກໄກວ ຂໍເປັນເຈົ້າພາບບານໂລກ 2030

ອາເຈນຕິນາ, ປາຣັກ ໄກວ ແລະ ອຸຣຸກໄກວ ປະກາດ ໃນວັນທີ 4 ຕຸລາຜ່ານມາ ວ່າ ພວກເຂົາວາງແຜນທີ່ຈະຍື່ນຂໍ້ສະເໜີຂໍສິດເປັນເຈົ້າພາບບານໂລກ 2030 ຮ່ວມກັນ.
ກ່ອນໜ້ານີ້ ອາເຈນຕິນາ ກັບ ອຸຣຸກໄກວ ສະແດງເຈນ ຕະນາທີ່ຈະເປັນເຈົ້າພາບຮ່ວມກັນ 2 ຊາດຕັ້ງແຕ່ໄລຍະເດືອນ ກໍລະກົດຜ່ານມາ ກ່ອນທີ່ຫຼ້າ ສຸດ ປາຣາໄກວ ຈະຂໍຮ່ວມວົງ ນຳ ແນວໃດກໍຕາມ ຂະບວນ ການຍື່ນເລື່ອງຂອງສິດເປັນ ເຈົ້າພາບບານໂລກ 2030 ຈະ ຍັງບໍ່ເກີດຂຶ້ນ.
ທັງນີ້ເປັນທີ່ເຊື່ອກັນວ່າ ສປ ຈີນ ສົນໃຈທີ່ຈະຂໍເປັນເຈົ້າ ພາບຈັດການແຂ່ງຂັນບານ ໂລກໃນອີກ 13 ຂ້າງໜ້າເຊັ່ນ ກັນ. ຂະ ນະທີ່ຊາດຈາກເອີຣົບ ກໍມີສິດຂໍເປັນເຈົ້າພາບຈັດການແຂ່ງຂັນບານໂລກໄດ້ອີກຄັ້ງ ໃນການແຂ່ງຂັນປີ 2030 ນຳ ອີກ ຕາມກົດໝຸນວຽນທະວີບ ທີ່ຈະໄດ້ເປັນເຈົ້າພາບບານ ໂລກທີ່ ທາງ ສະຫະພັນບານ ເຕະນາຊາດ ຫຼື ຟີຟາ ໄດ້ກຳ ນົດເອົາໄວ້.
ສຳລັບປີ 2030 ນັ້ນຖືວ່າ ເປັນການຄົບຮອບ 100 ປີ ຂອງການແຂ່ງຂັນບານໂລກ ເຊິ່ງເປັນເຈົ້າພາບໃນການ ແຂ່ງຂັນຄັ້ງທຳອິດກໍຄື ອຸຣຸກ ໄກວ ແຕ່ຫຼັງຈາກນັ້ນພວກເຂົາ ກໍບໍ່ເຄີຍເປັນເຈົ້າພາບອີກເລີຍ ຂະນະທີ່ ອາເຈນຕິນາ ເຄີຍ ເປັນເຈົ້າພາບ 1 ຄັ້ງ ໃນປີ 19 78 ສ່ວນ ປາຣັກໄກວ ບໍ່ເຄີຍ ໄດ້ເປັນເຈົ້າພາບແຕ່ຢ່າງໃດ.