ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ

ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - 417 - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ
ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - kitchen vibe - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ

ວັນທີ 24 ກຸມພາ 2024 ກົງກັບວັນອາທິດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍພັນລະຍາ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ພ້ອມພັນລະຍາ ແລະ ການນໍາຈາກສູນກາງ, ການນໍາແຂວງ, ການນໍາເມືອງຈໍາປາສັກ ໄດ້ຮ່ວມກັບຊາວພຸດ ພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ທຳບຸນໃສ່ບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີສອງຂອງລາວ.

ການທຳບຸນໃສ່ບາດ ທີ່ສະຖານບູຮານວັດພູຈຳປາສັກ, ນອກຈາກເປັນການສືບທອດຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄື ແຂວງຈຳປາສັກ ສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູ່ກັບຄົນລາວຕະຫລອດໄປແລ້ວ, ຍັງເປັນການສະເຫລີມສະຫລອງ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈຳປາສັກ ອີກດ້ວຍ. ຈາກນີ້, ກໍເປັນການອຸທິດສ່ວນບຸນສ່ວນກຸສົນ ແລະ ເປັນສີລິມົງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກ, ທັງເປັນການເຜີຍແຜ່ວັດທະນະທຳ ແລະ ດຶງດູດນັກທ່ອງທ່ຽວໃຫ້ສົນໃຈເຂົ້າມາທ່ອງທ່ຽວຊົມ ວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫລາຍຂຶ້ນ.

ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ
ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ

ໂອກາດນີ້, ພະອາຈານ ມະຫາ ບຸນມາ ສີມມາພົມ ປະທານສູນກາງ ອົງການພຸດທະສາສະໜາສຳພັນລາວ ພ້ອມຄະນະ ໄດ້ເທສະໜາແດ່ອອກຕົນຍາດໂຍມໃນໂອກາດບຸນວັດພູ ແລະ ບຸນມາຄະບູຊາປີນີ້, ໃຫ້ຍຶດໜັ້ນໃນການທຳຄວາມດີ, ພ້ອມກັນຮັກສາສິນ ແລະ ຈະເລີນເດີນຕາມຄຳສັ່ງສອນຂອງອົງສຳມາສຳພຸດທະເຈົ້າ, ທັງເປັນເຈົ້າການປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ໄວ້ຕະຫລອດໄປ.

ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - 3 - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ
ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - 4 - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ
ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ - 5 - ປະທານປະເທດ ຮ່ວມໃສ່ບາດບຸນນະມັດສະການຜາສາດຫີນວັດພູຈຳປາສັກ  ມໍລະດົກໂລກ ແຫ່ງທີສອງຂອງລາວ