ມື້ນີ້ອາກາດຈະຮ້ອນສູງສຸດເຖິງ 39 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ເນື້ອທີ່ການປົກຫຸ້ມຂອງຝົນ 20%
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດຕອນເຊົ້າປະຈໍາວັນທີ 26 ກຸມພາ 2024 ວ່າ: ຄວາມກົດດັນສູງຂອງອາກາດເຢັນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ອາກາດຈະເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 12 – 29 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະ ເຢັນ ຫາ ໜາວເຢັນໃນຕອນເຊົ້າ, ສ່ວນຕອນບ່າຍ ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 16–39 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24–36 ອົງສາ.
ພາກກາງ: ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 18–36 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 18–28 ອົງສາ.
ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນຶ້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 20%ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 38 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງ ໂອກາດ ຫລື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 13–28 ອົງສາ.